ວັນທີ 10 ຕຸລານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ພົບປະກັບທ່ານ ນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ທີ່ນະຄອນຫລວງວຽງຈັນ ໃນໂອກາດທີ່ທັງສອງທ່ານເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ປິ່ນອ້ອມ.
ທ່ານ ຫຼີສຽງ ກ່າວວ່າ: ຈີນ ຍິນດີເພີ່ມທະວີການເຊື່ອມຈອດດ້ານຍຸດທະສາດການພັດທະນາກັບໄທ, ເລັ່ງລັດຊຸກຍູ້ການສ້າງທາງລົດໄຟຈີນ-ໄທ, ສົ່ງເສີມການພັດທະນາອຸດສາຫະກຳແບບເຊື່ອມໂຍງ, ລົງເລິກການຮ່ວມມືດ້ານເສດຖະກິດດີຈີຕອນ, ພະລັງງານໃໝ່ ແລະຂົງເຂດອື່ນໆ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ຫຼາຍຝ່າຍ ແລະຂົງເຂດອື່ນໆ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທກ້າວລົງສູ່ລວງເລິກ ແລະປາກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ.
ທ່ານ ນາງ ແພທອງທານ ກ່າວວ່າ: ໄທ ຍິນດີຮັດແໜ້ນແລກປ່ຽນການໄປມາຫາສູ່ກັນລະດັບສູງກັບຈີນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເພີ່ມທະວີການປະສານງານຫຼາຍຝ່າຍ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳໄທ-ຈີນ.
ທີ່ມາ: CMG FM93



