ໃນວັນທີ 19 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບກັບ ທ່ານ ອີກໍ ເຊີເກເຢນໂກ ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ. ເບລາຣຸດຊີ ພ້ອມຄະນະ .
ທ່ານ ສອນໄຊ ສີພັນດອນ ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມທາງການ ແລະ ການເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45, ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ ສປປ ລາວ ທີ່ເຮັດສໍາເລັດໜ້າທີ່ພັນທະສາກົນຂອງຕົນ; ພ້ອມທັງຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງ ທ່ານ ໂຣມັນ ໂກລ໋ອຟເຊັນໂກ້, ນາຍົກລັດຖະມົນຕີ ແຫ່ງ ສ. ເບລາຣຸດຊີ ມາໃນໂອກາດນີ້.
ເຖິງວ່າປັດຈຸບັນສະພາບການໃນໂລກ, ພາກພື້ນມີຄວາມສັບສົນ, ສະຫລັບຊັບຊ້ອນ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດຍັງສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຕໍ່ເນື່ອງ. ສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນນໍາກັນ ແລະ ມີການກະກຽມບັນດາຮ່າງສັນຍາການຮ່ວມມືຮ່ວມກັນ ທາງດ້ານການເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆ ແຕ່ເຫັນວ່າບັນດາສັນຍາຮ່ວມມື ເຫລົ່ານັ້ນ ຍັງບໍ່ທັນໄດ້ຮັບການເສີມຂະຫຍາຍ ໃຫ້ແຕກດອກອອກຜົນເທົ່າທີ່ຄວນ ຍ້ອນການລະບາດຂອງພະຍາດໂຄວິດ 19; ພ້ອມນີ້ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດການພົບປະລະຫວ່າງ ສອງປະທານສະພາແຫ່ງຊາດ ລາວ-ເບລາຣຸດຊີ ທີ່ໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍຄື ຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຂອງສອງສະພາແຫ່ງຊາດ ແລະ ຮ່ວມກັນເຊັນບົດບັນທຶກສະບັບໃໝ່.
ທ່ານ ນາຍົກລັດຖະມົນຕີ ກ່າວຕື່ມວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ມີຄວາມຍິນດີສະໜັບສະໜູນການພົວພັນຮ່ວມມື ລະຫວ່າງ 2 ສະພາແຫ່ງຊາດລາວ-ເບລາຣຸດຊີ ໃນການສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ໂດຍສະເພາະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນໍາກັນ ແລະ ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ.




