ຕອນບ່າຍວັນທີ 6 ຕຸລາ 2024, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວກວດກາສະຖານທີ່ຕ່າງໆ ພ້ອມທັງຊີ້ນໍາວຽກງານເພື່ອກະກຽມຄວາມຮອບດ້ານໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມ ເພື່ອຮັບປະກັນໃຫ້ກອງປະຊຸມສຳເລັດຢ່າງຕາມຄາດໝາຍທີ່ວາງໄວ້.
ໃນນີ້, ທ່ານ ແລະ ຄະນະ ໄດ້ເຄື່ອນໄຫວກວດກາສະໜາມບິນສາກົນວັດໄຕ, ເຊິ່ງໄດ້ຮັບຟັງການລາຍງານຄວາມພ້ອມດ້ານຕ່າງໆ ຂອງການກະກຽມສະຖານທີ່ ເຊັ່ນ: ການປະດັບປະດາ, ພິທີການ, ການຈັດຫ້ອງຮັບຮອງທີ່ອາຄານກຽດຕິຍົດ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນກ່ຽວຂ້ອງມີການປະສານກັນຢ່າງກົມກຽວ ພ້ອມທັງມີຄໍາເຫັນຊີ້ນໍາ ເພື່ອໃຫ້ທຸກວຽກງານມີຄວາມລະອຽດຮຽບຮ້ອຍ ພ້ອມໃນທຸກດ້ານ ແລະ ໃນເວລາປະຕິບັດຕົວຈິງ ແມ່ນຖືກຕ້ອງສອດຄ່ອງ ແລະ ມີຜົນສຳເລັດ.
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມຄະນະ ໄດ້ໄປກວດກາການກະກຽມຄວາມພ້ອມຢູ່ຫໍປະຊຸມແຫ່ງຊາດ ແລະ ໄດ້ມີຄໍາເຫັນຊີ້ນໍາວຽກງານຕ່າງໆ ເພື່ອໃຫ້ທຸກພາກສ່ວນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ, ເປັນເຈົ້າການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ.
ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ.
Cr: ໜັງສືພິມປະຊາຊົນ





