ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ໃນວັນທີ 11 ຕຸລາ 2024 ຜ່ານມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດ ຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.
ການລົງຢ້ຽມຢາມ ສໍານັກງານໃຫຍ່ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງນີ້ ເນັ້ນຢ້ຳເຖິງ ຄໍາໝາຍໝັ້ນທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຂອງປະເທດ ການາດາ ຕໍ່ກັບການຄຸ້ມ ຄອງແມ່ນໍ້າຂອງແບບຍືນຍົງ ເຊິ່ງເປັນການສະໜັບສະໜູນການຫາລ້ຽງຊີບຂອງປະຊາຊົນຫລາຍລ້ານຄົນ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.
ໃນລະຫວ່າງການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ, ພ້ອມດ້ວຍ ທ່ານ ນາງ ແມຣີ ອິງ ລັດຖະມົນຕີວ່າ ການກະຊວງສົ່ງເສີມການສົ່ງອອກ, ການຄ້າສາກົນ ແລະ ການພັດທະນາເສດຖະກິດ, ແລະ ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ. ໄດ້ພົບປະ, ສົນທະນາ ແລະ ແລກປ່ຽນໂດຍກົງກັບຊາວປະມົງ ແລະ ຊາວກະສິກອນ, ພ້ອມທັງຮັບຟັງເລື່ອງລາວກ່ຽວກັບ ແມ່ນໍ້າຂອງທີ່ຫລໍ່ລ້ຽງຊີວິດປະຈໍາວັນຂອງເຂົາເຈົ້າ ໂດຍທ່ານນາຍົກລັດຖະ ມົນຕີ ຮັບຊາບໂດຍກົງ ຈາກຊາວປະມົງ ແລະ ຊາວກະສິກອນ ກ່ຽວກັບສິ່ງທ້າທາຍທີ່ເຂົາເຈົ້າຜະເຊີນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ ລວມທັງບັນຫາການຄຸ້ມຄອງນໍ້າຂ້າມຊາຍແດນ.
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ ໄດ້ຍ້ອງຍໍບົດບາດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນການຊຸກຍູ້ການປະສານສົມທົບກັນ ລະຫວ່າງບັນດາປະເທດແມ່ນ້ຳຂອງ- ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ແລະ ຄວາມພະຍາຍາມຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນການຮັບ ປະກັນໃຫ້ບັນດາຊຸມຊົນທີ່ດຳລົງຊີວິດຢູ່ລຽບຕາມແມ່ນ້ຳຂອງ ສືບຕໍ່ໄດ້ຮັບຜົນປະໂຫຍດຈາກຊັບພະຍາກອນທີ່ອຸດົມສົມບູນຂອງແມ່ນໍ້າຂອງ.
ທ່ານ ຈັດສຕິນ ທຣູໂດ ໄດ້ກ່າວວ່າ: ການາດາ ຮັບຮູ້ເຖິງຄວາມ ສຳຄັນອັນຈໍາເປັນຂອງແມ່ນ້ຳຂອງ ເຊິ່ງບໍ່ເປັນພຽງແຕ່ເປັນແຫລ່ງກໍາເນີດຂອງການພັດທະນາເທົ່ານັ້ນ, ແຕ່ຍັງເປັນເໝືອນສາຍເລືອດທີ່ຫລໍ່ລ້ຽງຊີວິດຂອງປະຊາຊົນນັບລ້ານຄົນ, ຄະນະກຳມາທິການແມ່ນ້ຳຂອງສາກົນ ກໍາລັງໄດ້ເຮັດວຽກງານທີ່ສຳຄັນ ໂດຍການເຕົ້າໂຮມເອົາບັນດາປະເທດຕ່າງໆ ເຂົ້າມາຮ່ວມ ກັນຄຸ້ມຄອງ ແລະ ປົກປັກຮັກ ສາຊັບພະຍາກອນທີ່ໃຊ້ຮ່ວມກັນນີ້. ການາດາ ມີຄວາມຍິນດີສະໜັບສະໜູນພາລະກິດດັ່ງກ່າວ ແລະ ພວກເຮົາພ້ອມທີ່ຈະສືບຕໍ່ຮ່ວມມືກັບ ຄະນະກຳມາທິການແມ່ນ້ຳຂອງສາກົນ ເພື່ອປົກປັກຮັກສາແມ່ນ້ຳຂອງໃຫ້ແກ່ຄົນຮຸ່ນຫລັງ.
ໃນໄລຍະຜ່ານມາ ການາດາ ເປັນຄູ່ຮ່ວມມືພັດທະນາຢ່າງເປັນທາງການກັບ ຄະນະກຳມາທິການແມ່ນ້ຳຂອງສາກົນ ໂດຍການປະກອບສ່ວນເປັນເງິນຈຳນວນ 2 ລ້ານໂດລາການາດາ (ປະມານ 1,5 ລ້ານໂດລາສະຫະລັດ) ໂດຍຜ່ານກະຊວງການຕ່າງປະເທດການາດາ ເຊິ່ງເປັນກະຊວງທີ່ຮັບຜິດຊອບວຽກງານພົວພັນທາງ ການທູດ, ການຄ້າລະຫວ່າງປະເທດ ແລະ ການຊ່ວຍເຫລືອເພື່ອການພັດທະນາ. ເງິນສະໜັບສະໜູນດັ່ງກ່າວ, ມີເປົ້າໝາຍນໍາໃຊ້ກັບບັນດາຂໍ້ລິເລີ່ມທີ່ສຳຄັນຕ່າງໆຂອງ ຄະນະກຳມາທິການແມ່ນ້ຳຂອງສາກົນ ລວມທັງການຄຸ້ມຄອງນ້ຳຜ່ານຊາຍແດນ, ການຕິດ ຕາມ ແລະ ການພະຍາກອນແມ່ ນໍ້າ ໂດຍມີຈຸດສຸມພິເສດໃນການເພີ່ມທະວີຄວາມທົນທານຂອງຊຸມຊົນ ຕໍ່ກັບສິ່ງທ້າທາຍທີ່ກ່ຽວ ຂ້ອງກັບແມ່ນ້ຳ.
ທ່ານ ອານຸລັກ ກິດຕິຄຸນ ຫົວຫນ້າກອງເລຂາ ຄະນະກໍາມາ ທິ ການແມ່ນໍ້າຂອງສາກົນ ໄດ້ໃຫ້ຮູ້ວ່າ: ການຊ່ວຍເຫລືອຂອງການາ ດາ ເກີດຂຶ້ນໃນໄລຍະທີ່ພວກເຮົາເພີ່ມທະວີຄວາມພະຍາຍາມໃນການຄຸ້ມຄອງຊັບພະຍາກອນນ້ຳ ຂອງແມ່ນໍ້າຂອງ ເພື່ອຜົນ ປະໂຫຍດສູງສຸດ ຂອງປະຊາຊົນທັງໝົດໃນພາກພື້ນ. ພວກເຮົາຕັ້ງໜ້າສືບຕໍ່ການເປັນຄູ່ຮ່ວມມືທີ່ມີຄຸນຄ່າດັ່ງກ່າວນີ້ ໃນໄລຍະທີ່ພວກເຮົາພວມຮັບມືກັບສິ່ງທ້າທາຍໃນການຄຸ້ມຄອງຊັບພະ ຍາກອນນ້ຳແບບຍືນຍົງຮ່ວມກັນ.
ຄະນະກໍາມາທິການແມ່ນໍ້າຂອງສາກົນ ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ທີ່ສ້າງຕັ້ງຂຶ້ນໃນປີ 1995 ເພື່ອຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນພາກພື້ນໃນເຂດອ່າງແມ່ນໍ້າຂອງຕອນລຸ່ມ. ອີງຕາມສັນຍາແມ່ນ້ຳຂອງ ລະຫວ່າງກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ, ຄະນະກໍາມາທິການແມ່ນໍ້າຂອງສາກົນ ຖືເປັນທັງເວທີການທູດດ້ານນ້ຳຂອງພາກພື້ນ ແລະ ເປັນສູນລວມຂໍ້ມູນຄວາມຮູ້ຂອງພາກພື້ນ ເພື່ອຄຸ້ມຄອງຊັບພະຍາ ກອນນ້ຳ ແລະ ສະໜັບສະໜູນການພັດທະນາແບບຍືນຍົງຂອງພາກພື້ນ.
ຂ່າວ: MRC






