ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມປຶກສາຫາລື ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ

Oct 10, 2024

ໃນວັນທີ 10 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ພົບປະບໍ່ເປັນທາງການ (CLV Networking Breakfast) ເພື່ອປຶກສາຫາລືການສົ່ງເສີມວຽກງານເຊື່ອມໂຍງ ເຊື່ອມຈອດໃນເຂດອະນຸພາກພື້ນແມ່ນ້ຳຂອງ ກໍຄື ອິນດູຈີນ.
ການປຶກສາຫາລືຄັ້ງນີ້, ການນຳທັງສາມປະເທດ ໄດ້ເປັນເອກະພາບກັນທີ່ຈະສົ່ງເສີມການພັດທະນາ ກໍຄືຄວາມຈະເລີນຮຸ່ງເຮືອງຂອງສາມປະເທດອິນດູຈີນ ຜ່ານການຮ່ວມມືກັນພັດທະນາພື້ນຖານໂຄງລ່າງ ກໍຄື ວຽກງານການພັດທະນາແບບຍືນຍົງ. ສໍາລັບຫົວຂໍ້ສໍາຄັນທີ່ການນໍາຂອງສາມປະເທດ ໄດ້ປຶກສາຫາລືແມ່ນສົ່ງເສີມການເຊື່ອມໂຍງເຊື່ອມຈອດ ໂດຍທ່ານນາຍົກທັງສາມປະເທດ ໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງການເຊື່ອມໂຍງເຊື່ອມຈອດ ເປັນຕົ້ນ ລະບົບເສັ້ນທາງ, ທາງລົດໄຟ, ທ່າເຮືອ -ທ່າບົກ ແລະ ການຫັນເປັນດີຈິຕອນ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດຂອງສາມປະເທດ.
ພ້ອມນີ້, ຍັງຍົກໃຫ້ເຫັນບົດບາດສຳຄັນຂອງລະບົບໂລຈິສຕິກ, ກົດໝາຍ ແລະ ການຮ່ວມມືວຽກງານຊາຍແດນ; ການສົ່ງເສີມການລົງທຶນເຂົ້າໃນພື້ນຖານໂຄງລ່າງ ໂດຍສາມປະເທດຕ່າງກໍມີການລົງທຶນຢ່າງຫລວງຫລາຍ ເຂົ້າໃນການປັບປຸງພື້ນຖານໂຄງລ່າງ ເພື່ອສົ່ງເສີມການເຊື່ອມຈອດດ້ານເສດຖະກິດ, ການຄ້າ ພາຍໃນອາຊຽນ ແລະ ພາກພື້ນ; ທັງໄດ້ຕີລາຄາສູງບັນດາໂຄງ ການຮ່ວມມືທີ່ໄດ້ຮັບຜົນສຳເລັດ ເປັນຕົ້ນ ໂຄງການເສັ້ນທາງລົດໄຟລາວ-ຈີນ, ພ້ອມທັງຍົກໃຫ້ໃຫ້ເຫັນຄວາມສຳຄັນຂອງການຮ່ວມມືຂອງທັງສາມປະເທດ ເພື່ອແກ້ໄຂສິ່ງທ້າທາຍ ກໍຄື ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນລວມຂອງສາມປະເທດ.
ນອກນີ້, ຍັງຍົກໃຫ້ເຫັນວ່າ ທັງສາມປະເທດມີຄວາມຈຳເປັນທີ່ຈະຕ້ອງສ້າງຄວາມສົມດຸນ ລະຫວ່າງການຂະຫຍາຍຕົວທາງເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ ແລະ ຄວາມເທົ່າທຽມທາງສັງຄົມ, ຮັບປະກັນໃຫ້ທຸກຊຸມຊົນໄດ້ຮັບຜົນປະໂຫຍດຂອງການພັດທະນາ; ຕີລາຄາສູງບົດບາດຂອງພາກເອກະ ຊົນໃນການສົ່ງເສີມການລົງທຶນ ແລະ ການສ້າງນະວັດຕະກຳໃໝ່. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ສາມປະເທດ ຍັງເປັນເອກະພາບກັນທີ່ຈະສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ເຂດພາກພື້ນແມ່ນ້ຳຂອງ ກໍຄື ອິນດູຈີນ ກາຍເປັນຕົວແບບດ້ານການເຊື່ອມໂຍງ ເຊື່ອມຈອດ, ດ້ານນະວັດຕະນະກຳໃໝ່ ແລະ ມີຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ.