ໃນຕອນເຊົ້າ ວັນທີ 15 ພະຈິກ 2024 ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດໂຮງງານອຸດສາຫະກຳທໍ່, ທີ່ເຂດເສດຖະກິດພິເສດທ່າແຂກ, ແຂວງຄຳມ່ວນ; ມີທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ; ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາທ່ານຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ; ບັນດາທ່ານການນຳ, ຜູ້ຕາງໜ້າບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ພາຍໃນແຂວງຄຳມ່ວນ ເຂົ້າຮ່ວມ.
ໃນພິທີ, ທ່ານ ໂຍມາ ອິນທະວົງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຄຳມ່ວນ ອຸດສາຫະກຳທໍ່ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງງານດັ່ງກ່າວ ມີແຜນການກໍ່ສ້າງ 2 ໄລຍະ, ແຕ່ລະໄລຍະ ມີມູນຄ່າປະມານ 2 ລ້ານໂດລາສະຫະລັດ, ການກໍ່ສ້າງໄລຍະທີ 1 ແມ່ນເລີ່ມກໍ່ສ້າງໃນເດືອນເມສາ 2024 ມາຮອດປະຈຸບັນ ແມ່ນສຳເລັດໂດຍພື້ນຖານ ແລະ ມີຄວາມພ້ອມການຜະລິດຢ່າງເປັນທາງການ. ສ່ວນໄລຍະທີ 2 ຈະສືບຕໍ່ກໍ່ສ້າງໃຫ້ສຳເລັດພາຍໃນປີ 2025; ການຜະລິດຂອງບໍລິສັດ ແມ່ນເລີ່ມຜະລິດທໍ່ພີວີຊີ ຂະໜາດເສັ້ນຜ່ານກາງ 20-200 ມິນລີແມັດ, ທໍ່ພີອີ ຂະໜາດເສັ້ນຜ່າກາງ 20-315 ມິນລີແມັດ, ທໍ່ພີພີອາ ຂະໜາດເສັ້ນຜ່າກາງ 20-75 ມິນລີແມັດ ແລະ ໃນອະນາຄົດ ຈະຜະລິດທໍ່ພີອີ ຂະໜາດ 315-800 ມິນລີແມັດ. ກໍາລັງການຜະລິດ ໃນປະຈຸບັນແມ່ນ 800 ໂຕນ/ເດືອນ. ສໍາລັບຈຸດປະສົງຂອງການສ້າງຕັ້ງໂຮງງານ ແມ່ນເພື່ອສົ່ງເສີມການຜະລິດພາຍໃນ, ຫຼຸດຜ່ອນການນຳເຂົ້າສິນຄ້າ ກໍ່ຄືຜະລິດຕະພັນທໍ່ຈາກຕ່າງປະເທດ, ປະກອບສ່ວນສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທ້ອງຖິ່ນ ແລະ ສ້າງລາຍຮັບເຂົ້າລັດ ເຊັ່ນ ພາສີ, ອາກອນ ແລະ ພັນທະຕ່າງໆ ຊຶ່ງຈະເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ຂະຫຍາຍຕົວເພີ່ມຂຶ້ນ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງທີ່ເຂົ້າຮ່ວມ ແລະ ຜູ້ຕາງໜ້າໂຮງງານຜະລິດທໍ່ ກໍ່ໄດ້ຂຶ້ນຕັດແຖບຜ້າ ເພື່ອເປີດນຳໃຊ້ໂຮງງານດັ່ງກ່າວ ຢ່າງເປັນທາງການ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດ ລັ່ນຄ້ອງ 9 ບາດ ເປັນສິລິມຸງຄຸນ ໃຫ້ແກ່ການດຳເນີນກິດຈະການດັ່ງກ່າວ. ນອກນີ້, ທ່ານ ນາຍົກລັດຖະ ມົນຕີ ຍັງໄດ້ຢ້ຽມຊົມເບິ່ງເຄື່ອງຈັກ, ຜະລິດຕະພັນທໍ່ ແລະ ອື່ນໆ ພາຍໃນໂຮງງານດັ່ງກ່າວ ຕື່ມອີກ.
ພາຍຫຼັງສຳເລັດການເຂົ້າຮ່ວມພິທີເປີດໂຮງງານຜະລິດທໍ່ແລ້ວ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມໂຄງການພັດທະນາກະສິກຳ ປູກຝັງ ແລະ ລ້ຽງສັດ (ຟາມລ້ຽງງົວພັນຊີ້ນ) ທີ່ບ້ານນາກະຕັງ, ເມືອງຍົມມະລາດ. ໂຄງການດັ່ງກ່າວ ມີເນື້ອທີ່ 600 ເຮັກຕາ, ເລີ່ມຈັດຕັ້ງປະຕິບັດ ໃນປີ 2023, ການພັດທະ ນາເບື້ອງຕົ້ນ ແມ່ນສຳເລັດຄອກລ້ຽງງົວ 3 ຫຼັງ, ອາຄານຫ້ອງການ ແລະ ເຮືອນພັກພະນັກງານ 1 ຫຼັງ, ສາງເກັບວັດຖຸ 1 ຫຼັງ. ປະຈຸບັນ ໄດ້ງົວນໍາເຂົ້າມາລ້ຽງແລ້ວ 1.000 ໂຕ ໂດຍແມ່ນງົວພັນຊີ້ນ ແລະ ງົວພື້ນເມືອງ, ພ້ອມກັນນັ້ນ ກໍ່ໄດ້ສຳເລັດໂດຍພື້ນຖານ ການບຸກເບີກ ແລະ ຈັດສັນເນື້ອທີ່ຕ່າງໆ ເປັນຕົ້ນ ພື້ນທີ່ນາເຂົ້າ, ພື້ນທີ່ສວນຖົ່ວລຽນ, ພື້ນທີ່ສວນໝາກພ້າວ, ພື້ນທີ່ປູກໝາກອາໂວກາໂດ ແລະ ໝາກກ້ຽງ, ພື້ນທີ່ປູກຫຍ້າ, ພື້ນທີ່ຊົນລະປະທານ (ອ່າງເກັບນໍ້າ) ແລະ ອື່ນໆ ເຊິ່ງໄດ້ລົງທຶນໄປແລ້ວ ປະມານ 12 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວ ຈະຊ່ວຍປະກອບສ່ວນເຂົ້າໃນການຜະລິດສະບຽງອາຫານ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກ, ຫຼຸດຜ່ອນການນຳເຂົ້າສະບຽງອາຫານຈາກຕ່າງປະເທດ, ທັງສ້າງວຽກເຮັດງານທຳ ແລະ ເປັນສູນຮຽນຮູ້ ທາງດ້ານເຕັກນິກກະສິກຳ ໃຫ້ແກ່ປະຊາຊົນທ້ອງຖິ່ນ ຕື່ມອີກ. ນອກນັ້ນ, ຍັງປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວເພີ່ມຂຶ້ນເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.







