ຕອນເຊົ້າ ວັນທີ 15 ກັນຍາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳບັນດາຂະແໜງ ການ, ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມສະພາບນໍ້າຖ້ວມ ແລະ ຊຸກຍູ້ການປ້ອງກັນ-ແກ້ໄຂບັນຫາດັ່ງກ່າວ ຢູ່ລຽບຕາມແຄມແມ່ນໍ້າຂອງ ເຂດເມືອງປາກງື່ມ, ເມືອງຫາດຊາຍຟອງ ແລະ ເມືອງສີສັດຕະນາກ ນະຄອນຫລວງວຽງ ຈັນ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໄປຕິດຕາມເບິ່ງສະພາບການລະບາຍນໍ້າ ອອກຈາກຕົວເມືອງນະຄອນຫລວງວຽງ ຈັນ ຢູ່ຈຸດຫ້ວຍໝາກຮຽວ ເມືອງປາກງື່ມ. ຫລັງຈາກນັ້ນ, ກໍໄດ້ສືບຕໍ່ໄປຕິດຕາມການປ້ອງກັນ ແລະ ແກ້ໄຂບັນຫານໍ້າຖ້ວມ ພ້ອມທັງ ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແລະ ຜູ້ທີ່ກຳລັງປະຕິບັດໜ້າທີ່ ຕ້ານໄພນໍ້າຖ້ວມຢູ່ຈຸດຕ່າງໆ ເປັນຕົ້ນ ຈຸດບ້ານສິມມະໂນ, ຈຸດບ້ານທ່າພະ, ຈຸດບ້ານສົບໂຮງ-ແກ້ງຍາງ ເມືອງຫາດຊາຍຟອງ ແລະ ຈຸດບ້ານພັນໝັ້ນ (ຫລັກ 4), ເມືອງສີສັດຕະນາກ.
ການໄປຕິດຕາມແຕ່ລະຈຸດ, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະກັບຄະນະຮັບຜິດຊອບ ກໍຄື ຜູ້ທີ່ກຳລັງປະຕິ ບັດໜ້າທີ່ ແລະ ປະຊາຊົນທີ່ຖືກຜົນກະທົບ ໂດຍໄດ້ສະແດງຄວາມເປັນຫ່ວງເປັນໄຍ-ເຫັນອົກເຫັນໃຈ, ຖາມເຖິງສະ ພາບຊີວິດການເປັນຢູ່ຂອງເຂົາເຈົ້າ, ສະພາບນໍ້າຖ້ວມ ແລະ ຜົນເສຍຫາຍ, ການຊ່ວຍເຫລືອ, ການແກ້ໄຂບັນຫາຕ່າງໆ, ຄວາມຕ້ອງການອັນຈຳເປັນ ແລະ ອື່ນໆ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່, ຄວາມສາມັກຄີຮັກແພງ ຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ໄດ້ດີ ແລະ ທັນການ ໂດຍສະເພາະ ອ້າຍເອື້ອຍນ້ອງທະຫານ, ເຈົ້າໜ້າທີ່ຕຳ ຫລວດ, ອາສາສະໝັກກູ້ໄພ, ປະຊາຊົນດ້ວຍກັນ ແລະ ອື່ນໆ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ວັດຖຸສິ່ງຂອງ ເຂົ້າໃນການ ຊ່ວຍ ເຫລືອຍົກຍ້າຍປະຊາຊົນ, ລຳລຽງວັດຖຸສິ່ງຂອງທີ່ຈຳເປັນ, ສັດ ລ້ຽງ ແລະ ຊັບສິນອື່ນໆ ໄປສູ່ບ່ອນທີ່ປອດໄພ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຍົກຍ້າຍປະຊາຊົນ ແລະ ວັດຖຸສິ່ງຂອງທີ່ຈຳເປັນ ໄປຢູ່ທີ່ປອດໄພ; ໃຫ້ເອົາໃຈໃສ່ຕິດຕາມ ເບິ່ງແຍງດູແລສຸຂະພາບ, ສຸຂະອະນາໄມ ຂອງຕົນເອງໃຫ້ດີ; ໃຫ້ສະໜອງເຄື່ອງອຸປະໂພກ-ບໍລິ ໂພກທີ່ຈຳເປັນ ເຊັ່ນ: ອາຫານການກິນ, ນໍ້າດື່ມ-ນໍ້າໃຊ້ ທີ່ສະອາດ, ເຄື່ອງໃຊ້ຂອງສອຍ ແລະ ອື່ນໆ ໃຫ້ແກ່ຜູ້ປະສົບໄພ ຢ່າງພຽງພໍ ແລະ ທັນການ; ສືບຕໍ່ເຝົ້າຕິດຕາມເຝົ້າລະວັງ ຢ່າງໃກ້ຊິດ ໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ-ກວດ ກາ ຢ່າງເປັນປົກກະຕິ, ເມື່ອພົບບັນຫາຍຸ້ງຍາກ ໃຫ້ມີການປຶກສາ ຫາລືກັນ ຫລື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ໃຫ້ເອົາໃຈໃສ່ ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດເກີດຂຶ້ນ ໂດຍສະເພາະ ບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າ ທີ່ອາດເກີດຂຶ້ນ; ເອົາໃຈໃສ່ຕ້ານຫາງສຽງບໍ່ດີ ໂດຍສະເພາະ ການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ກໍຄື ການສ້າງຄວາມປັ່ນປ່ວນຕ່າງໆ; ເອົາໃຈໃສ່ປຸກລະດົມກຳລັງແຮງພາຍໃນ ກໍຄືທ້ອງຖິ່ນ ເຂົ້າໃນການ ຊ່ວຍເຫລືອ ແລະ ແກ້ໄຂບັນຫາໄພພິບັດຄັ້ງນີ້ ຢ່າງມີປະສິດທິ ຜົນ.
ນອກນັ້ນ, ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຈົ່ງມີສະຕິ, ລະມັດລະວັງ, ຕິດຕາມຂ່າວສານ ກ່ຽວກັບສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.










