ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຕິດຕາມຊີ້ນຳວຽກງານຢູ່ ແຂວງຈຳປາສັກ

Apr 8, 2024

ພາຍຫຼັງສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື, ແຂວງເຊກອງ ໃນວັນທີ 5 ເມສາ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ ຢູ່ທີ່ຫ້ອງວ່າການແຂວງດັ່ງກ່າວ. ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານ ກ່ຽວກັບການນຳພາຊີ້ນຳວຽກງານຮອບດ້ານ ຂອງອົງຄະນະພັກ ແລະ ອົງການປົກຄອງແຂວງ ຈາກທ່ານ ເຈົ້າແຂວງໆຈຳປາສັກ ເຫັນວ່າ: ຄະນະພັກ-ຄະນະນຳແຕ່ລະຂັ້ນ ໄດ້ຖືສຳຄັນວຽກງານການເມືອງ- ແນວຄິດ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ, ແນວຄິດ ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຢ່າງເປັນລະບົບຕໍ່ເນື່ອງດ້ວຍຫຼາຍຮູບການ ແລະ ວີທີການຕ່າງໆ ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ມີຄວາມເຊື່ອໝັ້ນ ພ້ອມກັນປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍ ມີຜົນສຳເລັດເປັນຢ່າງດີ, ເຮັດໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວຕໍ່ເນື່ອງ ລະດັບ 5,63% ໃນປີ 2023 ໂດຍສາມາດເກັບລາຍຮັບໄດ້ 2.483 ຕື້ກີບ (ລື່ນແຜນ 29%). ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມາຮອດປະຈຸບັນ ຮາກຖານພັກຂັ້ນບ້ານ ແມ່ນສຳເລັດການດຳເນີນກອງປະຊຸມ 100%, ຮາກຖານພັກຫ້ອງການ ແລະ ກົມກອງອ້ອມຂ້າງເມືອງ ສຳເລັດ 98%. ການແກ້ໄຂຄວາມທຸກຍາກ ທົ່ວແຂວງມີຄອບຄົວພົ້ນທຸກ ກວມ 96,86%, ບ້ານພົ້ນທຸກ ກວມ 98,44%, ນອກນັ້ນ ຍັງສາມາດປະກາດເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ໄດ້ 10 ກວ່າບ້ານແລ້ວ, ສາມາດປະກາດເປັນແຂວງຫົວໜ່ວຍຍຸດທະສາດ ໃນປີຜ່ານມາ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໄດ້ 6 ເມືອງ ແລະ 1 ນະຄອນ, ສ້າງບ້ານພັດທະນາ ກວມ 73%, ສ້າງບ້ານປ້ອງກັນຄວາມສະຫງົບດີ ກວມ 88%, ບ້ານປອດຢາເສບຕິດ ກວມ 74,76%.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ແຂວງສາມາດປະຕິບັດໄດ້ ໃນປີຊຸມຜ່ານມາ; ໄດ້ຍົກໃຫ້ເຫັນສະ ພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສະພາບຫາງສຽງ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ; ໄດ້ເຜີຍແຜ່ບາງເນື້ອໃນສຳຄັນຂອງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ”, ລວມທັງບົດຮຽນ ໃນການພັດທະນາ ທີ່ພົ້ນເດັ່ນໃນໄລຍະຜ່ານມາຈຳນວນໜຶ່ງ ແລະ ບາງນະໂຍບາຍ ກໍ່ຄືນິຕິກຳ ທີ່ລັດຖະບານ ໄດ້ປະກາດນຳໃຊ້ໃໝ່, ທັງໄດ້ຊີ້ນໍາໃຫ້ອົງການປົກຄອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເພີ່ມທະວີສະຕິລະວັງຕົວ ປ້ອງກັນ ແລະ ຕອບຕ້ານ ກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງດີ; ຄົ້ນຄວ້າແຜນກໍ່ສ້າງເສັ້ນທາງຍຸດທະສາດ ໃຫ້ສາມາດເຊື່ອມໂຍງກັນ; ສຶກສາທ່າແຮງການພັດທະນາພະລັງງານໄຟຟ້າຈາກແຫຼ່ງຕ່າງໆ ເພື່ອໃຫ້ສາມາດນໍາໃຊ້ ແລະ ເກີດປະໂຫຍດສູງສຸດ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການເປີດບໍລິການສາຍການບິນເພີ່ມ ເພື່ອອໍານວຍຄວາມສະດວກ, ດຶງດູດການລົງທຶນ, ດຶງດູດການທ່ອງທ່ຽວ ແລະ ອື່ນໆ; ເອົາໃຈໃສ່ເຂັ້ມງວດ ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຕາມຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ສືບຕໍ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າບູລິມະສິດ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງເຂັ້ມງວດ; ຄຸ້ມຄອງບັນດາບໍລິສັດນຳເຂົ້າ- ສົ່ງອອກສິນຄ້າພາຍໃນແຂວງ ການຊຳລະສະສາງ ໃຫ້ຜ່ານລະບົບທະນາຄານ ຢ່າງຖືກຕ້ອງ ແລະ ເຂັ້ມງວດ; ນຳໃຊ້ເງິນເກີນແຜນ ປີ 2023 ໃຫ້ຖືກເປົ້າໝາຍທີ່ລັດຖະບານ ໄດ້ກຳນົດໄວ້; ສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ ໄປຄຽງຄູ່ກັບການສົ່ງ ເສີມການຜະລິດທີ່ມີທ່າແຮງ ແລະ ສົ່ງອອກ ຕິດພັນກັບການປຸງແຕ່ງພາຍໃນ ແລະ ຫັນເປັນອຸດສາຫະກຳ ໃຫ້ຫຼາຍກວ່າເກົ່າ; ສືບຕໍ່ຊຸກຍູ້ການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຄາດໝາຍ ໃນແຕ່ລະໄລຍະ
ພ້ອມນີ້ ຕ້ອງເອົາໃຈໃສ່ປະຕິບັດ ມາດຕະການປະຢັດມັດທະຍັດ ເປັນຕົ້ນ ໄຟຟ້າ, ນໍ້າມັນເຊື້ອໄຟ, ພະລັງງານທົດແທນ, ການນຳໃຊ້ພາຫະນະ, ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ; ຄົ້ນຄວ້າແກ້ໄຂ ບັນດາໂຄງການລົງທຶນ ທີ່ແກ່ຍາວເວລາມາດົນ ບໍ່ມີປະສິດທິຜົນ ໃຫ້ເດັດຂາດ;​ ສືບຕໍ່ຕິດຕາມ, ຄຸ້ມຄອງການເຄື່ອນໄຫວຂອງແຮງງານ, ການເຄື່ອນໄຫວຂອງພົນລະເມືອງ ກໍ່ຄື ການເຄື່ອນໄຫວທົ່ວສັງຄົມ ໃຫ້ສາມາດກໍາໄດ້ສະພາບ; ຍົກລະດັບການພັດທະນາສີມືແຮງງານ ທັງດ້ານຈໍານວນ ແລະ ຄຸນນະພາບ; ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ຖືກຕາມຂັ້ນຕອນ ແລະ ລະບຽບການ, ຮັບປະກັນທາງດ້ານເນື້ອໃນ, ບຸກຄະລາກອນ ຕາມມາດຖານເງື່ອນໄຂ ແລະ ສໍາເລັດຕາມແຜນການທີ່ກຳນົດໄວ້.
ໃນມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໃຫ້ກຽດຮ່ວມພິທີເປີດປ້າຍຫໍຫຼັກເມືອງ ປາກເຊ. ພ້ອມທັງ ໄປຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ພື້ນທີ່ຕົວຈິງ ໂດຍສະເພາະ ໂຮງຮຽນວິຈິດສິນ ຊັ້ນກາງ ທີ່ເມືອງບາຈຽງຈະເລີນສຸກ ແລະ ຟາມປູກພືດຜັກ ຂອງບໍລິສັດ ລາວຟາມ ຈຳກັດ ທີ່ເມືອງປາກຊ່ອງ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.