ວັນທີ 17 ທັນວາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງ ປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ, ໃນໂອກາດ ເດີນ ທາງມາຢ້ຽມຢາມສປປ ລາວ ຢ່າງເປັນທາງການ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍີນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ສະຫາຍ ບຸຍ ແທງເຊີນ ທີ່ໄດ້ນຳພາຄະນະຜູ້ແທນຫວຽດ ນາມ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ໂດຍສະເພາະ ຜົນສໍາເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ- ຫວຽດ ນາມ, ເຊິ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາໃນຫຼາຍບັນຫາຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ພ້ອມນີ້, ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນທຸກຂົງເຂດ, ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນຕ່າງໆຢ່າງປົກກະຕິ ນັບແຕ່ສູນກາງຮອດທ້ອງຖິ່ນ, ສິ່ງດັ່ງກ່າວ ກາຍເປັນການຢືນຢັນເຖິງຄວາມພິເສດຂອງສາຍພົວພັນສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງ ບໍ່ມີສອງ ໃນໂລກນີ້; ສອງຝ່າຍ ເຫັນດີເປັນເອກະພາບຕີລາຄາສູງຕໍ່ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄະນະກໍາມະການຮ່ວມມືລະຫວ່າງສອງລັດຖະບານ ຄັ້ງທີ 46, ເຊິ່ງເຫັນວ່າ ຫຼາຍໂຄງການແມ່ນສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ, ມີປະສິດພາບ ແລະ ທັນການ ເປັນຕົ້ນແມ່ນ: ທ່າເຮືອຫວຸງອ້າງ 1,2,3; ໂຄງການເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟ ວຽງ ຈັນ-ຫວຸງອ້າງ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ ຂອງສອງປະເທດ ໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ, ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູຸນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ; ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນໍາຂັ້່ນສູງພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫລວງ, ລ້ຳຄ່າ, ທັນການ ແລະ ມີປະສິດທີຜົນແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປະຈຸບັນ; ພິເສດ, ກໍ່ແມ່ນການສະໜັບ ສະໜູນ ແລະ ຊ່ວຍເຫຼືອຢ່າງຈິງໃຈ ການເປັນປະທານໝູນວຽນກອງປະຊຸມອາຊຽນ ແລະ ໄອປາ ຂອງ ສປປ ລາວ ໃນປີ 2024 ນີ້, ລວມທັງການຊ່ວຍເຫຼືອບັນເທົາທຸກຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ສປປ ລາວ.
ຂະນະດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ບຸຍ ແທງ ເຊີນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມໃນການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສສ. ຫວຽດນາມ ແລະ ສປປ ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນາ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ






