ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ມົງໂກລີ

Jan 28, 2025

ໃນວັນທີ 27 ມັງກອນ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເດລເກຣໄຊຄານ ບໍຣຄູ ລັດຖະມົນຕີກະຊວງ ຖະໜົນ ແລະ ການຂົນສົ່ງ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານລັດຖະມົນຕີກະຊວງຖະໜົນ ແລະ ການຂົນສົ່ງ ແຫ່ງ ມົງໂກລີ ແລະ ຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫຼອດໄລຍະ 60 ປີທີ່ຜ່ານມາໃຫ້ຈະເລີນງອກງາມຍິ່ງໆຂຶ້ນ; ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແມ່ນໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ສະແດງອອກໃນໄລຍະຜ່ານມາ ການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ; ພ້ອມກັນນັ້ນ ບັນດາໂຄງການຊ່ວຍເຫຼືອ-ຮ່ວມມືຂອງສອງປະເທດກໍໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າເປັນກ້າວໆ, ໃນນັ້ນ ອັນພົ້ນເດັ່ນ ແມ່ນການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ ທີ່ຊ່ວຍເຫຼືອປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີ ທີ່ແຂວງຊຽງຂວາງ ແລະ ສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ. ສຳລັບຂະແໜງປູກຝັງ-ລ້ຽງສັດ, ມົງໂກລີ ໄດ້ມອບແກະ ຈໍານວນ 1.000 ກວ່າໂຕ ໃຫ້ແກ່ລັດຖະບານລາວ, ປັດຈຸບັນ ແກະຈໍານວນດັ່ງກ່າວ ໄດ້ຖືກສົ່ງໄປລ້ຽງຢູ່ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ ແລະ ຈໍາປາສັກ ໂດຍສາມາດຮັກສາແນວພັນ ແລະ ມີຈຳນວນເພີ່ມຫຼາຍຂຶ້ນກວ່າເກົ່າ. ສ່ວນດ້ານການສຶກສາ ໄດ້ມີນັກສຶກສາມົງໂກລີ ທີ່ກໍາລັງສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ມີນັກສຶກສາລາວ ທີ່ກຳລັງສຶກສາ ຢູ່ມົງໂກລີ ຈຳນວນໜຶ່ງ. ພ້ອມນີ້ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຂອງທ່ານ ພຸນສາລມາ ໂອຈິຣບັທ (Punsalmaa Ochirbat) ອະດີດປະທານາທິບໍດີມົງໂກລີ (ຜູ້ທໍາອິດ) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 17 ມັງກອນ ຜ່ານມາ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະເໜີບາງດ້ານ ເປັນຕົ້ນສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂັ້ນຕ່າງໆຂອງສອງປະເທດ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ; ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສະເໜີຊຸກຍູ້ ແລະ ຂົນຂວາຍບັນດາວິສາຫະກິດຂອງມົງໂກລີທີ່ມີທ່າແຮງ ໂດຍສະເພາະໃນຂະແໜງລ້ຽງສັດເຂົ້າມາລົງທຶນຢູ່ ສປປ ລາວ; ສືບຕໍ່ເລັ່ງລັດການປຶກສາຫາລື ແລະ ສ້າງຕັ້ງກົນໄກການປະສານງານ ເພື່ອຈັດຕັ້ງຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງກ່ຽວກັບການເຊື່ອມໂຍງ, ເຊື່ອມຈອດ, ການຂົນສົ່ງທາງບົກຜ່ານທາງລົດໄຟ ລາວ-ຈີນ ລວມທັງການຂົນສົ່ງທາງອາກາດ.
ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງ ຖະໜົນ ແລະ ການຂົນສົ່ງ ແຫ່ງ ມົງໂກລີ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດ ໃນການພົວພັນຮ່ວມມື ລະຫວ່າງ ກະຊວງຖະໜົນ ແລະ ການຂົນສົ່ງ ແຫ່ງ ມົງໂກລີ ກັບຂະແໜງການກ່ຽວຂ້ອງ ຂອງ ສປປ ລາວ ໃນໄລຍະຜ່ານມາ, ລວມທັງຜົນສຳເລັດໃນການເຮັດວຽກ ແລະ ຢ້ຽມຢາມສະຖານທີ່ຕ່າງໆ ຢູ່ ສປປ ລາວ ໃນຄັ້ງນີ້.
May be an image of 2 people, dais, the Oval Office and text