ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ
ວັນທີ 27 ສິງຫາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ພົທ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມ ສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2024 ແລະ ກຳນົດທິດທາງແຜນການຮ່ວມມືປະຈຳປີ 2025.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ສໍາເລັດການພົບປະຮ່ວມມື ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດ ນາມ, ພ້ອມທັງຖືໂອກາດນີ້, ອວຍພອນໃຫ້ ມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ອວຍພອນໄຊແດ່ສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີພິເສດ ລະຫວ່າງ 2 ຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ 2 ກໍາລັງປ້ອງ ກັນຄວາມສະຫງົບ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະ ຫລອດໄປ.
ໃນໂອກາດດຽວກັນ, ທ່ານ ພົທ ເລືອງ ຕາມ ກວາງ ໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນແລະ ພາກສ່ວນທີ່ ກ່ຽວຂ້ອງ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃນຄັ້ງນີ້, ພ້ອມທັງ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບການເດີນທາງມາຢເຽມຢາມ ແລະ ເຮັດວຽກຄັ້ງນີ້, ໃຫ້ທ່ານ ນາຍົກລັດຖະມົນຕີຮັບຊາບ.
ຂ່າວ: ກິດຕາ
ພາບ: ເກດສະໜາ




