ໃນວັນທີ 18 ພະຈິກ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສົມເດັດ ເຈົ້າຍິງ ໄອໂກະ ໃນຄັ້ງນີ້, ຊຶ່ງເປັນຂີດໝາຍອັນສໍາຄັນທາງປະຫວັດສາດ ຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ກໍຄື ການຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບໃນເດືອນມັງກອນ 2025 ຜ່ານມາ ໃຫ້ເປັນຮູບປະທໍາເທື່ອລະກ້າວ ແລະ ການຢ້ຽມຢາມຄັ້ງນີ້ແມ່ນມີຂຶ້ນ ໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫລີມສະຫລອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ, ລວມທັງການກະກຽມສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນວ່າ ການນຳຂອງລາວທຸກຂັ້ນ ກໍຄື ປະຊາຊົນລາວ ແມ່ນມີຄວາມປຶ້ມປິຕິຍິນດີ ທີ່ໄດ້ຕ້ອນຮັບ ສົມເດັດ ເຈົ້າຍິງ ໄອໂກະ ທີ່ເປັນຕົວແທນໃຫ້ແກ່ ສົມເດັດ ເຈົ້າຈັກກະພັດ ແລະ ພະບໍລົມສານຸວົງ ຂອງປະເທດຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ສົມເດັດ ເຈົ້າຍິງ ໄອໂກະ ຈະມີຄວາມປະທັບໃຈທີ່ໄດ້ຢ້ຽມຢາມບັນດາສະຖານທີ່ຕ່າງໆທີ່ມີຄວາມສຳຄັນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວ ທີ່ ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ.

ໃນໂອກາດດຽວກັນ, ສອງຝ່າຍ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ການສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ, ລວມທັງການແລກປ່ຽນວັດທະນະທຳອັນດີງາມ ເຊິ່ງກັນ ແລະ ກັນຂອງສອງປະເທດ ລາວ-ຍີ່ປຸ່ນ ອີກດ້ວຍ. ນອກຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຫວັງວ່າ ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມຍິ່ງໆຂຶ້ນ ເພື່ອຜັນຂະຫຍາຍສົນທິສັນຍາທາງອາກາດສອງຝ່າຍທີ່ໄດ້ຮັບການລົງນາມໃນປີ 2015 ໃຫ້ເປັນຮູບປະທໍາໂດຍໄວ.
ສົມເດັດ ເຈົ້າຍິງ ໄອໂກະ ກໍໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້. ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມນັບຖືເປັນຢ່າງສູງ ມາຍັງ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການປະດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກ ລັດຖະບານຍີ່ປຸ່ນ ໃນເດືອນກໍລະກົດ 2025 ທີ່ຜ່ານມາ, ຊຶ່ງແມ່ນຫລຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນ ມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ. ພິເສດແມ່ນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງອາສາສະໝັກຍີ່ປຸ່ນ ທີ່ກໍາລັງປະຕິບັດໜ້າທີ່ ຢູ່ ສປປ ລາວ ທຸກໆປີ, ອັນໄດ້ເປັນການໃຫ້ກໍາລັງໃຈທີ່ສໍາຄັນໃຫ້ແກ່ບັນດາອາສາສະໝັກຍີ່ປຸ່ນດັ່ງກ່າວ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພະມະເຫສີ ມາຊາໂກະ ມາຍັງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມທັງ ສະແດງຄວາມປະທັບໃຈ ແລະ ຮູ້ສຶກເປັນກຽດທີ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ລວມທັງສະແດງຄວາມປະທັບໃຈທີ່ໄດ້ຢ້ຽມຢາມປະຕູໄຊ ແລະ ພະທາດຫລວງວຽງຈັນ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ກໍາລັງໃຈອັນສໍາຄັນໃນເວລາທີ່ຍີ່ປຸ່ນ ປະສົບກັບໄພພິບັດທາງທໍາມະຊາດ ແລະ ເຫດການແຜ່ນດິນໄຫວຢ່າງໜັກໜ່ວງໃນຊຸມປີຜ່ານມາ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຂຶ້ນໃນຊຸມປີຕໍ່ໜ້າ ກໍຄືການຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.
ພາບ: ຂັນໄຊ


