ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ພົບປະກັບປະທານສະພາແຫ່ງຊາດຫວຽດນາມ

Oct 18, 2024

ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນ ກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃດ້ພົບປະກັບ ສະຫາຍ ເຈິນ ແທັງ ເໝີ້ນ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມໃນວັນທີ 17 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-18 ຕຸລາ 2024 ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຫຼື AIPA-45 ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ການເຂົ້າຮ່ວມກອງປະຊຸມ AIPA-45 ຂອງສະຫາຍ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ ສປປ ລາວ ເຮັດສໍາເລັດໜ້າທີ່ພັນທະສາກົນຂອງຕົນ;
ສປປ ລາວ ຫາກໍ່ສໍາເລັດການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມອື່ນໆ ຢ່າງຈົບງາມ; ປັດຈຸບັນນີ້, ສະພາແຫ່ງຊາດລາວ ໃນນາມການເປັນປະທານໄອປາ ພວມຂຸ້ນຂ້ຽວສຸມໃສ່ ການເປັນເຈົ້າພາບກອງປະຊຸມ ໄອປາ ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ແລະ ເຊື່ອ ໝັ້ນວ່າການເຂົ້າຮ່ວມຂອງສະຫາຍ ແລະ ຄະນະ ຈະປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດກອງປະຊຸມດັ່ງກ່າວ.
ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍທີ່ເສດຖະກິດຫວຽດນາມ ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນການຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ປັດຈຸບັນ ເຖິງວ່າ ສະພາບການໃນໂລກ, ພາກພື້ນ ມີຄວາມສັບສົນ, ສະຫລັບຊັບຊ້ອນ, 2 ປະເທດຍັງມີຄວາມຫຍຸ້ງຍາກ, ແຕ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ- ຫວຽດນາມ ຍັງສືບຕໍ່ນັບມື້ນັບຮັດແໜ້ນ ແລະ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນການນໍາຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການຂົນສົ່ງ ມີການເພີ່ມຂຶ້ນ, ມູນຄ່າການຄ້າສອງຝ່າຍ ໃນ 9 ເດືອນຕົ້ນປີ 2024 ບັນລຸ 1.1 ຕື້ ໂດລາ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2023, ພ້ອມກັນນັ້ນ ຫວຽດນາມ ກໍຈັດຢູ່ໃນອັນດັບແຖວຫນ້າຂອງຜູ້ລົງທຶນຕ່າງປະເທດຢູ່ ສປປ ລາວ ລວມມີ 241 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 5.47 ຕື້ໂດລາ ແລະ ທຶນການຊ່ວຍເຫຼືອລ້າ ປະຈໍາປີ 2024 ມີມູນຄ່າ 719.237 ຕື້ດົງ ອັນເປັນການຢັ້ງຢືນໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງມິດຕະພາບອັນດູດດື່ມ ລະຫວ່າງ ສອງປະເທດລາວ-ຫວຽດນາມອ້າຍນ້ອງ.
ສຳລັບ ສປປ ລາວ ເຖິງວ່າພວມມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບໍ່ໜ້ອຍ ແຕ່ດ້ວຍຄວາມພະຍາຍາມ ແລະ ໃຊ້ມາດຕະການຫຼາຍຢ່າງ ຂອງລັດຖະບານ ເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວ, ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 6 ເດືອນຕົ້ນປີ 2024 ຂະຫຍາຍຕົວ 4,7% ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ.
ໃນຕອນທ້າຍສະຫາຍ ສອນໄຊ ສີພັນດອນ ຍັງໄດ້ອວຍ ພອນໃຫ້ ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45 ຢູ່ ສປປ ລາວ ຂອງສະຫາຍ ແລະ ຄະນະ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ,ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.
ຂ່າວ-ພາບ:ສຳນານ