ຕອນບ່າຍວັນທີ 1 ທັນວາ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວັງ ຮູ້ໜິງ, ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງແຫ່ງຊາດຈີນ, ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປ ຈີນ ເດີນທາງຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ລາວ ລະຫວ່າງວັນທີ 1-3 ທັນວາ 2025.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງ ສະຫາຍ ຫວັງ ຮູ້ໜິງ ແລະ ຄະນະ ໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ຂະຫຍາຍຕົວດ້ວຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນປະເທດຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້, ຊຶ່ງຖືເປັນກຽດຢ່າງສູງສຳລັບ ສປປ ລາວ; ຕີລາຄາສູງຕໍ່ຜົນກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ 20 ຂອງພັກກອມມູນິດຈີນ, ຖືເປັນບາດກ້າວທີ່ສໍາຄັນໃນການບັນລຸເປົ້າໝາຍຄວາມທັນສະໄໝແບບຈີນ ເຖິງປີ 2035; ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນການພົບປະລະຫວ່າງ ສະຫາຍ ຫວັງ ຮູ້ໜິງ ແລະ ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບ ແລະ ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ, ໄດ້ປະກອບສ່ວນສໍາຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຂອງແຕ່ລະຝ່າຍ ໄດ້ຢ່າງໝັ້ນຄົງ. ສປປ ລາວ ຖືສໍາຄັນ ແລະ ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຂອງສອງລັດຖະບານ ກໍ່ຄືການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ຂອງວິສາຫະກິດ, ນັກລົງທຶນຂອງຈີນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຢືນຢັນຄືນວ່າ: ສປປ ລາວ ເວລາໃດກໍຍຶດໝັ້ນຫຼັກການຈີນດຽວ, ຮັບຮູ້ວ່າ ໄຕ້ຫວັນເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ, ສປປ ລາວ ຍິນດີໃຫ້ການສະໜັບສະໜູນ ສະຫາຍຈີນ ໃນການຮັກສາຜົນປະໂຫຍດທີ່ເປັນແກນກາງຂອງຕົນ, ບໍ່ວ່າໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ບັນຫາຊິນຈ່ຽງ, ເຂດປົກຄອງພິເສດຮົງກົງ, ບັນຫາໄຕ້ຫວັນ. ນອກຈາກນັ້ນ, ສປປ ລາວ ໄດ້ໃຫ້ຄວາມສໍາຄັນສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມຂອງ ສະຫາຍຈີນ ແລະ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມກອງປະຊຸມສາກົນ, ງານວາງສະແດງຕ່າງໆ ທີ່ຈັດໂດຍ ສປ ຈີນ ຢ່າງຕັ້ງໜ້າ.

ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ຮູ້ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ, ພ້ອມທັງໄດ້ເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດ ຈີນ-ລາວ ແລະ ຍັງໄດ້ລະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ ຕະຫຼອດໄລຍະຜ່ານມາ, ສະແດງຄວາມຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບ ສະຫາຍ ປະທານສູນກາງແນວລາວສ້າງຊາດ, ຊຶ່ງສອງຝ່າຍໄດ້ຮ່ວມກັນເປີກສາຫາລືໃນຫຼາຍຂົງເຂດການພົວພັນຮ່ວມມື ແລະ ເຊື່ອໝັ້ນວ່າ: ການພົວພັນຮ່ວມມື ລະຫວ່າງ ຈີນ-ລາວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ. ພ້ອມນັ້ນຍັງໄດ້ສະແດງຄວາມຍິນດີ ແລະ ສະໜັບສະໜູນການເປີດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນອະນາຄົດອັນໃກ້ນີ້ ແລະ ຍິນດີຮ່ວມກັບ ສະຫາຍລາວ ສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ສປ ຈີນ ແລະ ສປປ ລາວ ຄົບຮອບ 65 ປີ ໃນປີ 2026.
ຕອນທ້າຍ, ສອງຝ່າຍຕ່າງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍ ດ້ວຍໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ.
ກົມການຂ່າວ, ກະຊວງການຕ່າງປະເທດ


