ໃນວັນທີ 19 ມິຖຸນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ປະຊາຊົນ ບ້ານສົບເຕີງ, ເມືອງໄຊຈຳພອນ, ແຂວງບໍລິຄຳໄຊ, ພ້ອມທັງ ຕິດຕາມຊຸກຍູ້ການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເຂດເມືອງດັ່ງກ່າວ; ມີທ່ານ ສອນທະນູ ທຳມະວົງ, ເຈົ້າແຂວງໆບໍລິຄໍາໄຊ ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງໄຊຈຳພອນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບລວມຂອງບ້ານສົບເຕີງ ຈາກທ່ານ ແພງ ສອນວິຊາ, ນາຍບ້ານໆສົບເຕີງ ໃຫ້ຮູ້ວ່າ: ບ້ານດັ່ງກ່າວ ມີ 131 ຫຼັງຄາເຮືອນ, 150 ກວ່າຄອບຄົວ, ພົນລະເມືອງ 907 ຄົນ, ຍິງ 449 ຄົນ, ມີຄອບຄົວພົ້ນທຸກກວມ 65%; ອາຊີບຕົ້ນຕໍ ຂອງປະຊາຊົນ ແມ່ນປູກເຂົ້າ ແລະ ລ້ຽງສັດ; ພາຍໃນບ້ານ ມີໂຮງໝໍນ້ອຍ 1 ແຫ່ງ, ມີແພດໝໍ 3 ທ່ານ, ມີໂຮງຮຽນປະຖົມສົມບູນ 1 ແຫ່ງ, ມີນັກຮຽນທັງໝົດ 100 ກວ່າຄົນ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ປະຊາຊົນ ທີ່ເຂົ້າຮ່ວມ ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ມູນເຊື້ອອັນດີງາມ ແລະ ຜົນສຳເລັດ ທີ່ປະຊາຊົນພາຍໃນບ້ານ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ; ພ້ອມທັງ ມີຄຳເຫັນເນັ້ນໜັກ ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມຂອງຕົນ ໂດຍສະເພາະ ມູນເຊື້ອປະຕິວັດ, ມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມູນເຊື້ອຖິ່ນຖານບ້ານເກີດ ຂອງອະດີດການນຂັ້ນສູງ…; ເອົາໃຈໃສ່ເພີ່ມພູນຜະລິດຜົນ ໂດຍສະເພາະ ການປູກ-ການລ້ຽງ ຕາມທ່າແຮງຂອງບ້ານໃຫ້ຫຼາຍ, ກຸ້ມກິນ ແລະ ກາຍເປັນສິນຄ້າ; ພ້ອມກັນປົກປັກຮັກສາ ແລະ ພັດທະນາບ້ານຊ່ອງຂອງຕົນ ໃຫ້ມີຄວາມສະຫງົບ, ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ; ເອົາໃຈໃສ່ຮັກສາສຸຂະອະນາໄມ, ປ້ອງກັນພະຍາດ ຕາມລະດູການ, ທຳມາຫາກິນ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງບ້ານເມືອງ; ພ້ອມກັນ ຊຸກຍູ້ສົ່ງເສີມລູກຫຼາຍຂອງຕົນ ໃຫ້ໄດ້ເຂົ້າໂຮງຮຽນ ຕາມເກນອາຍຸ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ເຊິ່ງປະ ກອບມີ ອາຫານການກິນ, ເຄື່ອງນຸ່ງຫົ່ມກັນໜາວ, ເຄື່ອງໃຊ້ຂອງສອຍໃນຊີວິດປະຈຳວັນ, ອຸປະກອນການຮຽນ ແລະ ອື່ນໆ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊຈຳພອນ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຕິດຕາມຊຸກຍູ້ການພັດທະນາໂຄງການໄຟຟ້າພະລັງງານລົມ ຂອງບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ຢູ່ເມືອງດັ່ງກ່າວ ຕືມອີກ ຊຶ່ງເຫັນວ່າ ໂຄງການໄຟຟ້າພະລັງງານລົມນີ້ ໄດ້ກວມເອົາສອງແຂວງ ຄື ແຂວງບໍລິຄຳໄຊ (ເມືອງໄຊຈຳພອນ, ເມືອງຄຳເກີດ ແລະ ເມືອງວຽງທອງ) ແລະ ແຂວງຄຳມ່ວນ (ເມືອງນາກາຍ). ສະເພາະຢູ່ແຂວງບໍລິຄຳໄຊ ມີ 6 ສັນຍາໂຄງການ ຄື: (1) ໂຄງການພະລັງງານລົມເຈືອງເຊີນ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 250 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 371 ລ້ານກວ່າໂດລາສະຫະລັດ; (2) ໂຄງການພະລັງງານລົມເຈືອງເຊີນ 2 ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 350 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 556 ລ້ານໂດລາສະຫະລັດ; (3) ໂຄງການພະລັງງານລົມພິລາ ຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ມີກຳລັງຕິດຕັ້ງ 500 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 1.151 ລ້ານໂດລາສະຫະລັດ; (4) ໂຄງການພະລັງງານລົມກາລອງ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 750 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 822 ລ້ານໂດລາສະຫະລັດ; (5) ໂຄງການພະລັງງານລົມຜາຂາວ ຢູ່ເມືອງວຽງທອງ ມີກຳລັງຕິດຕັ້ງ 750 ເມກາວັດ (ກໍາລັງດໍາເນີນຂັ້ນຕອນສັນຍາພັດທະນາໂຄງການ); (6) ໂຄງການພະລັງງານລົມນໍ້າຕົງ ຢູ່ເມືອງວຽງທອງ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 750 ເມກາວັດ (ກຳລັງດຳເນີນຂັ້ນຕອນສັນຍາພັດທະນາໂຄງການ). ສ່ວນຢູ່ເມືອງນາກາຍ, ແຂວງຄຳມ່ວນ ມີ 2 ສັນຍາໂຄງການ ຄື: (1) ໂຄງການພະລັງງານລົມຈາລໍ ແລະ (2) ໂຄງການພະລັງງານລົມ The Light ຊຶ່ງສອງໂຄງການດັ່ງກ່າວ ມີກຳລັງຕິດຕັ້ງ ໂຄງການລະ 500 ເມກາວັດ ແລະ ກຳລັງດຳເນີນຂັ້ນຕອນສັນຍາພັດທະນາໂຄງການ.
ໃນໂອກາດເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເມຶອງໄຊຈຳພອນ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ “ກອງທຶນ ລົບລ້າງເຮືອນເຄິ່ງຖາວອນ ສຳລັບຄອບຄົວທຸກຍາກ ຢູ່ແຂວງບໍລິຄຳໄຊ”; ພ້ອມທັງ ຕິດຕາມເບິ່ງຄວາມຄືບໜ້າ ໃນການກໍ່ສ້າງສະຖານີໄຟຟ້າ 220 ກິໂລໂວນ ຂອງໂຄງການພະລັງງານລົມເຈືອງເຊີນ; ແລະ ໄປຕິດຕາມເບິ່ງຄວາມຄືບໜ້າ ໃນການພັດທະນາໂຄງລ່າງພື້ນຖານ ດ່ານປະເພນີນໍ້າອອນ (ດ່ານຊາຍແດນ ລາວ-ຫວຽດນາມ) ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.







