ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

Jul 3, 2025

ໃນຕອນເຊົ້າວັນທີ 2 ກໍລະກົດ 2025, ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຕໍ່ພະນັກງານການນຳຫຼັກແຫຼ່ງ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຄະນະນຳຂອງແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຄໍາບູນ ດວງພະບາງ, ຮອງເຈົ້າແຂວງໆອັດຕະປື ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2025 ແລະ ທິດທາງຈຸດສຸມວຽກງານໃນ 6 ເດືອນທ້າຍປີ ແລະ ການກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງ ໃຫ້ຊາບວ່າ: ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງ ແລະ ປັບປຸງສອງກຳລັງ ປກຊ-ປກສ ຢ່າງຕໍ່ເນື່ອງ-ເປັນລະບົບ ສາມາດຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ພາຍໃນແຂວງໄດ້ເປັນຢ່າງດີ; ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ 5 ເມືອງ, ກອງບັນຊາການ ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ; ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກ ໃນທົ່ວແຂວງ ສໍາເລັດເປັນສ່ວນໃຫຍ່ແລ້ວ; ສຳລັບການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII, ແມ່ນໄດ້ຊີ້ນໍາແຕ່ລະອານຸກຳມະການຕ່າງໆ ສືບຕໍ່ປະຕິບັດວຽກງານຕາມແຜນຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະ ດ້ານເນື້ອໃນ: ໄດ້ຮ່າງເນື້ອໃນສໍາຄັນຕ່າງໆສໍາເລັດໂດຍພື້ນຖານ ແລະ ໄດ້ລົງທາບທາມເນື້ອໃນຢູ່ບັນດາເມືອງ ແລະ ທາບທາມແຕ່ລະຂົງເຂດຢູ່ຂັ້ນແຂວງ, ພ້ອມທັງ ປັບປຸງຕາມຜົນການທາບທາມດັ່ງກ່າວສໍາເລັດ; ດ້ານບຸກຄະລາກອນ: ສໍາເລັດແຜນຄາດຄະເນຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII, ແຜນຄາດຄະເນຈໍານວນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກແຂວງ ແລະ ແຜນການຄາດຄະເນການສັບຊ້ອນ ຈັດວາງກໍາມະການພັກແຂວງ ສະໄໝທີ XII ຕາມແຕ່ລະວຽກງານທີ່ເໝາະສົມ; ສໍາລັບວຽກງານປັບປຸງກົງຈັກການຈັດຕັ້ງ ຍຸບ ແລະ ຮີບໂຮມ ບາງພະແນກການຂັ້ນແຂວງ ມາຮອດປັດຈຸບັນ ແມ່ນໄດ້ມີການກະກຽມເພື່ອຈະນໍາສະ ເໜີສະພາປະຊາ ຊົນແຂວງ ພິຈາລະນາຮັບຮອງ; ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ມາຮອດປັດຈຸບັນ ສາມາດເກັບລາຍຮັບໄດ້ທັງໝົດ 736 ຕື້ກວ່າກີບ ເທົ່າກັບ 69% ຂອງແຜນການປີ ແລະ ມີບາງໜ້າວຽກ ໄດ້ມີຜົນສໍາເລັດ ແລະ ລື່ນແຜນທີ່ວາງໄວ້.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຄະ ນະພັກ ພະນັກງານທຸກຂັ້ນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວຽກງານຂອງຕົນຢ່າງຕັ້ງໜ້າ ເຖິງແມ່ນວ່າສະພາບເສດຖະກິດຂອງປະເທດ ພົບກັບຄວາມຫຍຸ້ງຍາກ ແຕ່ສາມາດຜ່ານຜ່າປະຕິບັດວຽກງານໄດ້ສໍາເລັດ ແຕ່ຄຽງຄູ່ກັບຜົນສໍາເລັດ ແລະ ຜົນງານທີ່ຍາດມາໄດ້ນັ້ນ ກໍປາສະຈາກບໍ່ໄດ້ບັນຫາຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາ ມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພ ໃນສັງຄົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການກໍ່ສ້າງພັກ-ພະນັກງານ ຕາມທິດ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ທາງດ້ານສັງຄົມໃຫ້ຫຼຸດລົງ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າ ໝາຍ ທີ່ກໍ່ຄວາມບໍ່ສະຫງົບຜ່ານສື່ອອນລາຍ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ; ເອົາໃຈໃສ່ສົ່ງເສີມການສຶກສາ ໂດຍສະເພາະ ການຮຽນ-ການສອນ, ຄົ້ນຄວ້າແກ້ໄຂການຂາດບຸກຄະລາການຄູສອນ; ເອົາໃຈໃສ່ປັບປຸງ ແລະ ຍົກລະດັບການບໍລິການດ້ານສາທາ ລະນະສຸກ ພາຍໃນແຂວງ ໃຫ້ທົ່ວເຖິງປະຊາຊົນ, ການຍົກລະດັບພັດທະນາບຸກຄະລາກອນທາງການແພດ, ສະໜອງອຸ ປະກອນການແພດລົງສູ່ໂຮງໝໍຂັ້ນຕ່າງໆ ໂດຍສະເພາະ ຂັ້ນເມືອງ (ໂຮງໝໍນ້ອຍ); ສືບຕໍ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ຢ່າງເຂັ້ມງວດ ໂດຍສະເພາະ ບັນດາວຽກຈຸດສຸມ ໃຫ້ໄດ້ຮັບຜົນດີ ພ້ອມທັງ ປະສານສົມທົບກັບຄະນະສະເພາະກິດ ເພື່ອສຸມໃສ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ; ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດ, ໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມລ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກໍານົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫຼື ຖອນເອົາໂຄງການຄືນ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ກໍຄື ບັນດານິຕິກໍາຂອງຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງໄດ້ກໍານົດວາງອອກ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ, ຫສນຍ
May be an image of 1 person and dais
May be an image of 3 people, people studying and text
May be an image of 4 people and text