ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ

Jul 31, 2025

ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.
May be an image of 7 people and text May be an image of 2 people, dais and text
ທ່ານ ແສງອາທິດ ລາວເບຼຍຢາທໍ່ ໄດ້ລາຍງານສະພາບການທີ່ພົ້ນເດັ່ນຂອງເມືອງໃນໄລຍະ 6 ເດືອນຕົ້ນປີ 2025 ໂດຍສັງເຂບຈາກ ເຊິ່ງໃນໄລຍະ 6 ເດືອນຕົ້ນປີເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ໃນລະດັບດີພໍສົມຄວນ, ທັງໄດ້ສຸມໃສ່ເກັບລາຍຮັບ ໄດ້ເກືອບ 3 ຕື້ກີບ ເທົ່າກັບ 64,93% ຂອງແຜນການປີ ແລະ ຄຸ້ມຄອງລາຍຈ່າຍໄດ້ 1,3 ຕື້ກວ່າກີບ ເທົ່າກັບ 47,06% ຂອງແຜນການປີ, ໄດ້ສຸມໃສ່ການຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ປັບປຸງພື້ນຖານໂຄງລ່າງ ອໍານວຍຄວາມສະດວກແກ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ.
ໃນນັ້ນ, ສໍາເລັດການປູກເຂົ້ານາປີ ແລ້ວ 100% ໃນເນື້ອທີ່ 3.358,20ເຮັກຕາ, ປູກເຂົ້າໄຮ່ 320 ເຮັກຕາ, ປູກໝາກເດືອຍ 600 ເຮັກຕາ ແລະ ປູກມັນຕົ້ນ 1.500 ເຮັກຕາ. ສະເພາະວຽກງານໄພພິບັດ, ເມືອງຊຽງຮ່ອນ ເກີດມີໄພພິບັດນໍ້າຖ້ວມ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 16-17 ກໍລະກົດ 2025 ເກີດຝົນຕົກໜັກເຮັດໃຫ້ມີນໍ້າໄຫລຊຸ ແລະ ຖ້ວມເຮືອນ, ພື້ນ ຖານໂຄງລ່າງ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນພາຍໃນເມືອງຊຽງຮ່ອນ ທັງໝົດ 30 ບ້ານ, 1.877 ຄອບຄົວ, ມູນຄ່າເສຍຫາຍທັງໝົດ 17,7 ຕື້ກວ່າກີບ ແລະ ຄັ້ງທີ 2 ວັນທີ 22-23 ກໍລະກົດ 2025 ໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບທັງໝົດ 4,6 ຕື້ກວ່າກີບ.
May be an image of 8 people and text
ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ລົງຕິດ ຕາມເບິ່ງເສັ້ນທາງຍຸດທະສາດ ທົ່ງກາບ-ຫ້ວຍຕອງ, ຢ້ຽມຢາມ ແລະ ພົບປະປະຊາຊົນເຂດທົ່ງກາບ ເຊິ່ງເປັນເຂດທີ່ຈະສ້າງເປັນຕາແສງທົ່ງກາບ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານຂອງເມືອງ ແລະ ປະຊາຊົນ, ທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພິວເຕີຕັ້ງໂຕະ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນວຽກງານຢູ່ຫ້ອງການຕາແສງ ຕື່ມອີກ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ