ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ລາວ ຢ້ຽມຂໍ່ານັບ ປະທານາທິບໍດີ ຣັດເຊຍ

Sep 7, 2025

ໃນໂອກາດເຂົ້າຮ່ວມກອງປະຊຸມເວທີເສດຖະກິດຕາເວັນອອກ ຄັ້ງທີ 10 ທີ່ ວາລາດີວັດສະຕົກ, ສ. ຣັດເຊຍ, ໃນວັນທີ 4 ກັນຍາ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ.
May be an image of 2 people, dais and text that says 'EASTERN ECONOMIC FORUM ВОСТоч эконО! aKOHOI ФОРУМ ФРОСКОНГРЕСО РОСКОНГРеСС PECC សៃ ROSCONGRESE ГОЧНЫЙ КОМИЧЕС'
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄວາມຂອບໃຈຢ່າງຈິງໃຈຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະ ສົມກຽດ ໃນໂອກາດຢ້ຽມຢາມ ຢູ່ ສ. ຣັດເຊຍ ໃນວັນທີ 31 ກໍລະກົດ 2025 ຜ່ານມາ. ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຜົນສໍາເລັດການຢ້ຽມຢາມທາງການ ທີ່ ມີຄວາມໝາຍຄວາມສໍາຄັນ, ຊຶ່ງປີ 2025 ເປັນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຣັດເຊຍ ຄົບຮອບ 65 ປີ. ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ຈະນໍາເອົາເນື້ອໃນຈິດໃຈ ກໍຄື ຜົນຂອງການພົບປະສອງຝ່າຍດັ່ງກ່າວ, ລວມທັງບັນດາເອກະສານທີ່ໄດ້ລົງນາມຮ່ວມກັນ ໄປຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ. ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ບົດບາດຂອງ ຣັດເຊຍ ທີ່ສ້າງຕັ້ງເວທີປຶກສາຫາລືເສດຖະກິດຕາເວັນອອກ ນີ້ຂຶ້ນ ແລະ ຈັດຂຶ້ນໃນທຸກໆປີ ເລີ່ມແຕ່ປີ 2015 ເປັນຕົ້ນມາ, ຊຶ່ງຖືວ່າເປັນກົນໄກໜຶ່ງທີ່ມີປະສິດທິຜົນສູງ ໃນການສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດຂອງພາກພື້ນ ກໍຄືຂອງໂລກ ແລະ ໄດ້ສະແດງຄວາມຂອບໃຈ ຝ່າຍຣັດເຊຍ ທີ່ໄດ້ເຊື້ອເຊີນການນຳຂັ້ນສູງຂອງລາວ ເຂົ້າຮ່ວມເປັນແຂກສຳຄັນໃນກອງປະຊຸມ ຄົບຮອບ 10 ປີ ທີ່ຈັດຂຶ້ນໃນປີ 2025 ນີ້.
May be an image of 4 people, newsroom and text
ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ມີໂອກາດໄປຢ້ຽມຢາມ ນັກຮຽນ-ນັກສຶກສາລາວ ທີ່ກໍາລັງສຶກສາຢູ່ ໂຮງຮຽນນ້ອງນ້ອຍ ຊູວໍຣົບ, ເມືອງ ອູຊູຣິ ເພື່ອພົບປະໂອ້ລົມ, ໃຫ້ທິດຊີ້ນໍາ ແລະ ກໍາລັງໃຈຕໍ່ບັນດານັກຮຽນ-ນັກສຶກສາ ໃຫ້ມີຄວາມຕັ້ງໃຈຮໍ່າຮຽນໃຫ້ສໍາເລັດ ເພື່ອນໍາເອົາຄວາມຮູ້-ຄວາມສາມາດ ກັບຄືນມາຮັບໃຊ້ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນອະນາຄົດ.
May be an image of 14 people and text