ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ

Nov 10, 2024

ໃນໂອກາດທີ່ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ນໍາພາຄະນະຜູ້ ແທນ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທີ 8, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11 ແລະ ເປັນປະທານກອງປະຊຸມສຸດຍອດຂອບຍຸດທະ ສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 10 ໃນລະ ຫວ່າງວັນທີ 6-7 ພະຈິກ 2024 ທີ່ ນະຄອນຄຸນໝິງ ສປ ຈີນ, ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີ ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ຊຶ່ງສອງຝ່າຍໄດ້ເຫັນດີ ຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິພາບຕໍ່ຜົນສໍາເລັດຂອງການເດີນ ທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດ ນາມ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍຄື ຜົນການ ພົບປະຂອງສອງກົມການເມືອງ ລາວ-ຫວຽດນາມ ໂດຍສະເພາະບັນດາໂຄງ ການທີ່ສອງຝ່າຍໄດ້ເປັນເອກະພາບກັນ ເປັນຕົ້ນ ການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ ໂດຍສະ ເພາະ ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ການເຊື່ອມໂຍງທາງດ້ານລະບົບ, ລະບຽບ, ນະໂຍບາຍ, ການເງິນ ແລະ ພະລັງງານ.
ໃນໂອກາດດຽວກັນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາການ ນໍາພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຊ່ວຍເຫລືອ ເພື່ອໃຫ້ ສປປ ລາວ ສາມາດເຮັດສໍາເລັດໜ້າທີ່ການເປັນປະທານອາຊຽນ 2024 ແລະ ເປັນເຈົ້າພາບຈັດກອງປະຊຸມ ໄອປາ ຄັ້ງທີ 45 ໄດ້ຢ່າງຈົບງາມ. ພ້ອມນີ້, ສອງຝ່າຍຍັງເຫັນດີຈະສືບຕໍ່ສະ ໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ