ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານ ໂຮງໝໍມະໂຫສົດ

Oct 13, 2024

ວັນທີ 12 ຕຸລາ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດປ້າຍຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ມີບັນດາ ລັດຖະມົນຕີ ຮອງລັດຖະມົນຕີຫົວໜ້າກົມຮອງກົມກະຊວງກ່ຽວຂ້ອງ ທູດຈີນ ປະຈຳ ລາວ ພ້ອມດ້ວຍແຂກຖືກເຊີນທັງ ລາວ ແລະ ຈີນ ເຂົ້າ ຮ່ວມ.
ທ່ານ ຫຼີ ສຽງ ກ່າວວ່າ: ສະແດງຄວາມຊົມເຊີຍມາຍັງຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ໃນປີ 2017 ການນຳສູງສຸດຂອງຈີນ ແລະ ລາວໄດ້ວາງສີລາລຶກໂຄງການດ້ວຍຄວາມເອົາໃຈໃສ່ຂອງສອງປະເທດ ຜ່ານຜ່າຄວາມຫຍຸ້ງຍາກນາງໆປະການມາຮອດປັດຈຸບັນ ເຮັດໃຫ້ການກໍ່ສ້າງອາຄານໂຮງໝໍມະໂຫສົດສຳເລັດ ເຊິ່ງໂຮງໝໍແຫ່ງນີ້ໄດ້ກາຍມາເປັນໂຮງໝໍກວມລວມ ແລະ ມີຄວາມທັນສະໄໝ ເປັນບ່ອນສຶກສາການແພດທີ່ໃຫຍ່ທີ່ສຸດ ແລະ ເງື່ອນໄຂດີທີ່ສຸດໃນທົ່ວປະເທດລາວ ມີບົດດບາດສຳຄັນໃນການປິ່ນປົວ ແລະ ສ້າງຜົນປະໂຫຍດຫຼາຍສຸດໃຫ້ປປະຊາຊົນລາວບັນດາເຜົ່າ ອາຄານໂຮງໝໍມີຄວາມສວຍງາມປະສົມປະສານກັບວັດທະນະທຳ ລາວ-ຈີນ ແລະ ສະແດງໃຫ້ເຫັນເຖິງມິດຕະພາບ ລາວ-ຈີນຈົ່ງໝັ້ນຍືນ ເປັນໜຶ່ງໃນໂຄງການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ລະຫວ່າງ ຈີນ ກັບ ລາວ ໃນຜ່ານມາພາຍໃຕ້ການຊີ້ນຳແຜນຍຸດທະສາດ ຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ປະທານປະເທດຈີນ ແລະ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດລາວ ສອງປະເທດພວກເຮົາໄດ້ພ້ອມກັນສ້າງສາ ຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະ ລາວ-ຈີນ ທີ່ໄດ້ມາດຕະຖານສູງ ຄຸນນະພາບສູງ ແລະ ລະດັບສູງ ໄດ້ເພີ່ມທະວີການເຊື່ອມໂຍງທາງດ້ານຍຸດທະສາດ ພະຍາມສ້າງໂຄງການພື້ນຖານໂຄງລ່າງເປັນຈຳນວນຫຼາຍ ເຊິ່ງໄດ້ປະກອບສ່ວນເຂົ້າໃນຊຸກຍູ້ພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະແແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກລັດຖະບານ ແລະ ປະ ຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການກໍ່ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດແຫ່ງນີ້ ໂຮງໝໍມະໂຫສົດ ເປັນໂຮງໝໍທີ່ມີປະຫວັດສາດອັນຍາວນານ ແລະ ເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງລາວ ນັບແຕ່ມີການສ້າງຕັ້ງໂຮງ ໝໍປີ 1903 ແລະ ໄດ້ຖືກກໍານົດເປັນໂຮງໝໍສູນກາງນັບແຕ່ສະຖາປະນາ ສປປ ລາວ ປີ 1975 ເປັນຕົ້ນມາ ໂຮງໝໍແຫ່ງນີ້ໄດ້ກາຍເປັນສະຖານທີ່ອັນສໍາຄັນ ໃນການຮັກສາປິ່ນປົວຄົນເຈັບຂອງລາວ ເຊິ່ງລວມທັງຄົນລາວ ແລະ ຄົນຕ່າງປະ ເທດ ຖືເປັນໜຶ່ງໃນໂຮງໝໍສູນກາງທີ່ສໍາຄັນທີ່ສຸດຂອງປະເທດລາວ ພາຍໃຕ້ນະໂຍບາຍການຊ່ວຍເຫຼືອລ້າຂອງພັກ ແລະ ລັດຖະບານຈີນທີ່ເນັ້ນໃສ່ຊ່ວຍເຫຼືອໃນການປັບປຸງຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການແກ້ໄຂຄວາມທຸກຍາກ ລັດຖະບານຈີນ ໄດ້ກໍານົດເອົາໂຄງການກໍ່ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດ ເປັນໂຄງການຊ່ວຍເຫຼືອລ້າ ເຊິ່ງໄດ້ວາງສີລາລຶກໂຄງການໃນເດືອນ ພະຈິກ 2017 ໂດຍການເຂົ້າຮ່ວມຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດຈີນ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດລາວ ໃນເວລານັ້ນໂຄງການເປັນໂຄງການທີ່ມີມູນຄ່າຊ່ວຍເຫຼືອລ້າທີ່ສູງທີ່ສຸດ ຂະໜາດໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດທີ່ ລາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຈີນ ຂ້າພະເຈົ້າເຊື່ອວ່າພາຍຫຼັງໂຄງການສໍາເລັດຈະກາຍເປັນສະຖານທີ່ການປິ່ນ ປົວ ຮັກສາຄົນເຈັບທີ່ທັນສະໄໝທີ່ສຸດ ລະບົບວິທະຍາການປິ່ນປົວທີ່ຄົບຊຸດທີ່ສຸດ ທັງມີປະສິດທິຜົນສູງທີ່ສຸດ ໃນການຮັບໃຊ້ປະຊາຊົນ ທັງກາຍເປັນສັນຍາລັກແຫ່ງມິດຕະພາບ ແລະ ຄວາມຮ່ວມມືຂອງສອງຊາດລາວ ແລະ ຈີນ ນໍາອີກ.
ພ້ອມນີ້ ທ່ານສະແດງຄວາມຫວັງວ່າລັດຖະບານຈີນ ຈະສືບ ຕໍ່ໃຫ້ສະໜັບສະໜັນຊ່ວຍເຫຼືອການພັດທະນາເສດຖະກິດ- ສັງຄົມຂອງລາວໃນຖານະທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ບົນຈິດໃຈ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຮ່ວມ ກັນ ສະເພາະວຽກງານສາທາລະນະສຸກ ນອກຈາກການຍົກລະດັບດ້ານໂຄງລ່າງພື້ນຖານ ແລະ ອຸປະກອນເຄື່ອງມີແລ້ວ ການຍົກລະດັບຂີດຄວາມສາມາດດ້ານບຸກຄະລາກອນການແພດ ໃຫ້ສົມຄູ່ ຍັງແມ່ນບັນຫາສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ສະນັ້ນເພື່ອຮັບປະກັນການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນສູງ ແລະ ຍືນຍົງນັ້ນ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກສະຫາຍຈີນ ຕື່ມອີກ ເຊິ່ງລວມທັງໃຫ້ໂຮງໝໍຕ່າງໆຂອງສອງປະເທດ ໃຫ້ມີໂອກາດໃນການຮ່ວມມືກັນດ້ານວິຊາການ ຍົກລະດັບບຸກຄະລາກອນການຄຸ້ມຄອງ ແລະ ເຕັກນິກການປິ່ນປົວຮັກສາໃຫ້ນັບມືນັບຫຼາຍຂຶ້ນ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ມອບຂອງຂວັນອັນລໍ້າຄ່ານີ້ໃຫ້ປະຊາຊົນລາວ.