ໃນວັນທີ 30 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງໄຊຍະບູລີ; ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ, ມີການນຳຂອງແຂວງ, ການນຳຂອງເມືອງແລະ ພໍ່-ແມ່ປະຊາຊົນໃຫ້ການຕ້ອນຮັບ.
ໃນໂອກາດນິ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ລົງເບິ່ງຂົວອູ່ບ້ານນາຕໍໃຫຍ່ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງພົບປະໂອ້ລົມປະຊາຊົນ. ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ ມີທັງໝົດ 40 ບ້ານ, ມີ1,820 ຄອບຄົວ, ມີ 9,248 ຄົນຍິງ 4,592 ຄົນ, ປະເມີນມູນຄ່າເສຍຫາຍລວມ 32,478,556,747 ກີບ. ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນຊຸກຍູ້ໃຫ້ອົງການປົກຄອງບ້ານນາຕໍນ້ອຍ ມູນຄ່າ 10 ລ້ານກວ່າກີບ.


ຂ່າວ-ພາບ: ສົມພົງ ສີສະຫວັດ


