ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຮ່ວມເປີດນໍາໃຊ້ເສັ້ນທາງ ແບບມີສ່ວນຮ່ວມ ຢູ່ບ້ານໂພນໄຊ ນະຄອນປາກເຊ

Aug 30, 2025

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເປີດນໍາໃຊ້ເສັ້ນທາງເບຕົງ ແບບມີສ່ວນຮ່ວມ ບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 29 ສິງຫາ 2025 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ແຂວງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບການ ແລະ ປະຊາຊົນໃນນະຄອນປາກເຊ ເຂົ້າຮ່ວມ.
May be an image of 9 people, dais and text
ໃນພິທີ, ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ ຍົກລະດັບເສັ້ນທາງບ້ານໂພນໄຊ ຈາກເສັ້ນທາງປູຢາງ ມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດ,​ ສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມ. ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 10 ຕື້ກີບ ທັງນີ້ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແນໃສ່ສ້າງບ້ານໂພນໄຊ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ໃນຮູບແບບຕະຫລາດກາງຄືນ ໃນຕໍ່ໜ້າ.
May be an image of 8 people
ສໍາລັບການກໍ່ສ້າງເສັ້ນທາງ ມີຄື: ເສັ້ນທາງເລກທີ 24 (ແຕ່ໂຮງແຮມດາວວຽງ ຫາ ເສັ້ນທາງ 4 ແຍກ ຮ້ານແຄນນອນ) ມີຄວາມຍາວ 320 ແມັດ, ກວ້າງ 12 ແມັດ, ມີຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງ ກວ້າງເບື້ອງລະ 1,5 ແມັດ; ເສັ້ນທາງເລກທີ 46 (ແຕ່ 4 ແຍກໂພນບົກ ຫາ ຫລັງໂຮງຮຽນ ມສ ໂພນໄຊ) ມີຄວາມຍາວ 420 ແມັດ, ກວ້າງ 9 ແມັດ, ຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງກວ້າງ ເບື້ອງລະ 1,5 ແມັດ.
May be an image of 2 people, road and street
ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມ ຍັງໄດ້ທ່ຽວຊົມຕະຫລາດວາງສະແດງສິນຄ້າ, ຜະລິດຕະພັນໂອດັອບ ຂອງແຕ່ລະພາກສ່ວນນໍາມາວາງສະແດງຕື່ມອີກ. ພ້ອມນີ້, ຍັງໄດ້ມີການມອບ-ຮັບທຶນປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ຄື: ທະນາຄານພັດທະນາລາວ 7 ຕື້ກີບ, ອົງການປົກຄອງແຂວງຈຳປາສັກ 1,5 ຕື້ກີບ, ອົງການປົກຄອງນະຄອນປາກເຊ, ປະຊາຊົນບ້ານໂພນໄຊ ແລະ 9 ບ້ານເທສະບານ 1,5 ຕື້ກີບ.
ຂໍ້ມູນ-ພາບ: ຈັນທະວີສັກ