ຕອນເຊົ້າວັນທີ 23 ສິງຫາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍພັນລະຍາ ແລະ ການນໍາຂັ້ນສູງຈາກສູນກາງ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍ ການນໍາຂອງແຂວງ, ນະຄອນ ຕະຫລອດຮອດປະຊາຊົນ ຊາວຫລວງພະບາງ ໄດ້ຮ່ວມໃສ່ບາດຢູ່ຕໍ່ໜ້າວັດແສນສຸຂະຣາມ ນະຄອນຫລວງພະບາງ ໃນໂອກາດງານບຸນຫໍ່ເຂົ້າປະດັບດິນ-ບຸນຊ່ວງເຮືອເດືອນເກົ້າ ປະຈໍາປີ 2025. ນອກຈາກ ການໃສ່ບາດຢູ່ຕໍ່ໜ້າວັດແສນແລ້ວ, ຍັງມີຊາວພຸດທະສາສະນິກະຊົນທັງພາຍໃນ ແລະ ແຂກຕ່າງປະເທດ ທີ່ມີຈິດໃຈເຫລື້ອມໃສສັດທາທາງພຸດທະສາສະໜາ ໄດ້ພ້ອມກັນຫ້າງຫາກະກຽມເຂົ້າໜຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດໄຈ ມາໃສ່ບາດຢູ່ຕາມວັດວາອາຣາມ ແລະ ເສັ້ນທາງຕ່າງໆ ພາຍໃນເທສະບານ ນະຄອນຫລວງພະບາງ ຢ່າງຫລວງຫລາຍ.

ກິດຈະກໍາການໃສ່ບາດ ເປັນໜຶ່ງໃນການອານຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາດ ໂດຍສະເພາະຂອງຊາວຫລວງພະບາງ ທີ່ສືບທອດກັນມາແຕ່ກ່ອນໄວ້ໃຫ້ຍືນຍົງຕະຫລອດໄປ, ທັງເປັນການສົ່ງເສີມ ແລະ ເປັນອີກໜຶ່ງກິດຈະກໍາການທ່ອງທ່ຽວ ທີ່ຕິດພັນກັບການອະນຸລັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງາມ ທີ່ເປັນເອກລັກສະເພາະຂອງຊາວຫລວງພະບາງ ທີ່ມີມາແຕ່ດົນນານອີກດ້ວຍ.


ຂ່າວ: ເພັດສາຄອນ ສິມມະວົງ


