ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ

Feb 21, 2025

ໃນຕອນແລງວັນທີ 20 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນ ລະຍາ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມ ເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ແລະ ພະຣາຊີນີ ຢູ່ພະຣາຊະວັງດຸ ສິດ ໃນໂອກາດເດີນທາງຢ້ຽມຢາມຢ່າງເປັນທາງການ ທີ່ ຣາຊະອາ ນາຈັກໄທ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນ ໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະບາດສົມເດັດ, ພະຣາຊີນີ ຕະຫລອດເຖິງ ພະບໍຣົມວົງສານຸວົງທຸກພະອົງ, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບ ເຖິງຈຸດປະສົງຂອງການຢ້ຽມ ຢາມໃນຄັ້ງນີ້ ຊຶ່ງເປັນການແນະນໍາຕົວຢ່າງເປັນທາງການ ພາຍ ຫລັງທີ່ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເພື່ອສະເຫລີມສະຫລອງສາຍ ພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ, ທັງໄດ້ແຈ້ງໃຫ້ຊາບເຖິງຜົນຂອງການພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກໄທ.
ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕີລາຄາສູງຕໍ່ໂຄງ ການພະຣາດຊະດໍາຣິ ທີ່ຮ່ວມກັບລັດຖະບານລາວ ຈັດຕັ້ງປະຕິບັດຢູ່ ສປປ ລາວ ຊຶ່ງເຫັນວ່າເປັນໂຄງການທີ່ ຕອບສະໜອງຕາມນະໂຍບາຍຂອງລັດຖະບານ ກໍຄື ຄວາມຕ້ອງ ການຂອງປະຊາຊົນລາວ ໂດຍສະເພາະສູນພັດທະນາ ແລະ ບໍລິ ການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ທີ່ເປັນຂໍ້ລິເລີ່ມ ລະຫວ່າງ ພະບາດສົມເດັດ ພະເຈົ້າຢູ່ຫົວ ຣາຊະການທີ 9 ແລະ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກອັນສໍາຄັນ ແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ, ລວມທັງໂຄງການອື່ນໆ ເຊັ່ນ: ສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ ໜອງເຕົ່າ, ສູນທົດລອງກະສິກໍາແບບປະສົມປະສານ ຫລັກ 13 (ສູນໜອງຫີນ), ການຖ່າຍທອດເຕັກໂນໂລຊີທາງ ການແພດ ແລະ ສາທາລະນະສຸກ ແລະ ໂຮງຮຽນວັດທະນະທໍາ ຫລັກ 67.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພະບາດສົມເດັດ ທີ່ໄດ້ມີການຖວາຍຜ້າກະຖິນພະຣາຊະທານ ໃຫ້ແກ່ວັດຕ່າງໆໃນ ສປປ ລາວ ຢ່າງເປັນປະຈໍາ ໂດຍຜ່ານກົນໄກການຮ່ວມມືຂອງ ສະມາຄົມ ລາວ -ໄທ, ໄທ-ລາວ ເພື່ອມິດຕະພາບ ຊຶ່ງໄດ້ມີການຈັດຕັ້ງປະຕິບັດມາແຕ່ປີ 1995 ຈົນເຖິງປັດຈຸບັນ ລວມທັງໝົດ 25 ຄັ້ງ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍ ເຫລືອໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໃນຂະນະດຽວກັນ, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາ ຈັກໄທ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນ ທາງມາຢ້ຽມຢາມ ຣາຊະ ອານາຈັກໄທ ຢ່າງເປັນທາງການຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງໄດ້ ອວຍພອນໃຫ້ການຢ້ຽມຢາມທາງການຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ ແລະ ອວຍພອນໃຫ້ສາຍພົວພັນ ມິດ ຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດ ທະນາແບບຍືນຍົງ ລະຫວ່າງສອງປະເທດໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
อาจเป็นรูปภาพของ 4 คน, แท่นบรรยาย, งานแต่งงาน และ ห้องทำงานรูปไข่ของประธานาธิบดี