ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 8

Nov 8, 2024

ໃນຕອນເຊົ້າຂອງວັນທີ 7 ພະຈິກ 2024, ທີ່ ນະຄອນຄຸນໝິງ, ສປ ຈີນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ (GMS) ຄັ້ງທີ 8, ພາຍໃຕ້ຄໍາຂວັນ: “ກ້າວສູ່ປະຊາຄົມທີ່ດີຂຶ້ນ ໂດຍຜ່ານການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກໍາ (Toward a Better Community through Innovation-Driven Development)” ພາຍໃຕ້ການເປັນປະທານຂອງ ພະນະທ່ານ ຫລີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໂດຍມີການນໍາຂັ້ນສູງຈາກປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ລວມທັງປະທານທະນາຄານພັດທະນາອາຊີ (ADB) ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.
ກອງປະຊຸມສຸດຍອດຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກ ຄື: ກອງປະຊຸມວົງແຄບ (Retreat Session) ແລະ ກອງປະຊຸມຄົບຄະນະ (Plenary Session) ໂດຍມີເປົ້າ ໝາຍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຮັດແໜ້ນ ແລະ ຜັນຂະຫຍາຍການຮ່ວມມືທາງດ້ານເສດຖະກິດໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ ແລະ ກໍານົດທິດທາງແຜນວຽກການພັດທະນາຂອງອະນຸພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມແທດເໝາະ ແລະ ຕອບສະໜອງໄດ້ຄວາມຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງທາງດ້ານເສດຖະກິດ-ສັງຄົມຂອງບັນດາປະເທດສາມາຊິກອະນຸພາກພື້ນແມ່ນ້ຳຂອງ ໂດຍໄດ້ສຸມໃສ່ການສ້າງ ແລະ ນຳໃຊ້ນະວັດຕະກຳ ເພື່ອຮັບປະກັນທາງດ້ານການພັດທະນາເສດຖະກິດ-ສັງຄົມໃຫ້ສາມາດເຊື່ອມໂຍງ ແລະ ທຽບທັນກັບພາກພື້ນອື່ນໆຢູ່ໃນໂລກ.
ກ່ອນກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 8 ຍັງໄດ້ດຳເນີນບັນ ດາກອງປະຊຸມປິ່ນອ້ອມທີ່ສຳຄັນຄື: 1. ກອງປະຊຸມເຈົ້າແຂວງເພື່ອປຶກສາຫາລືກ່ຽວ ກັບການພັດທະນາ ແລວທາງເສດຖະກິດອະນຸພາກພື້ນແມ່ນໍ້າຂອງ; 2. ກອງປະຊຸມເຈົ້າໜ້າທີ່ອາວຸໂສອະນຸພາກພື້ນແມ່ນນ້ຳຂອງ ເພື່ອປຶກສາຫາລືກ່ຽວກັບບັນດາແຜນວຽກ ແລະ ການຈັດຕັ້ງປະຕິບັດບັນດາຍຸດທະສາດຕ່າງໆໃນກອບການຮ່ວມມືທາງດ້ານເສດຖະກິດໃນຂົງເຂດພາກພື້ນ ແລະ ສາກົນ ແລະ ຄົ້ນຄວ້າເອກະສານເພື່ອນຳສະເຫນີໃຫ້ກອງປະຊຸມສຸດຍອດໃນຄັ້ງນີ້ຮັບຮອງເອົາ ແລະ 3. ກອງປະຊຸມຄູ່ຮ່ວມພັດທະນາອະນຸພາກພື້ນແມ່ນນ້ຳຂອງ ເຊິ່ງເສີມສ້າງ ແລະ ຍົກສູງການມີສ່ວນຮ່ວມຂອງບັນດາຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຍຸດທະສາດຂອງ ຂົງເຂດອະນຸພາກພື້ນແມ່ນ້ຳຂອງ ສົ່ງເສີມການຮ່ວມມື ແລະ ດຶງດູດການລົງທຶນຂອງຄູ່ຮ່ວມພັດທະນາເຂົ້າໃນຂົງເຂດເສດຖະກິດ ແລະ ສັງຄົມ ໃຫ້ໄດ້ຮັບໝາກຜົນຍິ່ງຂຶ້ນ.
ສິ່ງສຳຄັນ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ 2 ເອກະສານສໍາຄັນ ຄື: 1) ຖະແຫຼງການຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 8, ແລະ 2) ຍຸດທະ ສາດນະວັດຕະກໍາເພື່ອການພັດທະນາ ຮອດປີ 2030.