ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ການລະບາຍນ້ຳຢູ່ຈຸດປະຕູລະບາຍນ້ຳ ບ້ານຫ້ວຍໝາກຮຽວ

Sep 15, 2024

ຕອນເຊົ້າ ວັນທີ 15 ກັນຍາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການປ້ອງກັນ-ການລະບາຍນ້ຳອອກຈາກ ນະຄອນຫລວງວຽງຈັນ ຢູ່ຈຸດປະຕູລະບາຍນ້ຳ ບ້ານຫ້ວຍໝາກຮຽວ ເມືອງປາກງື່ມ ນະຄອນຫລວງວຽງຈັນ (ນວ) ເຊິ່ງຈຸດລະບາຍນໍ້າຫ້ວຍໝາກຮຽວ ແມ່ນຈຸດທ້າຍນໍ້າ ທີ່ນໍ້າໃນຕົວເມືອງນະຄອນຫລງວຽງຈັນ ໄຫລມາໂຮມກັນ ອອກສູ່ນໍ້າຂອງ. ປັດຈຸບັນ, ລະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນກວ່າລະດັບນໍ້າໃນຫ້ວຍໝາກຮຽວ ປະມານ 2 ແມັດ.
ເພື່ອປ້ອງກັນບໍ່ໃຫ້ນໍ້າຍູ້ອັ່ງຖ້ວມຕົວເມືອງນະຄອນຫລວງວຽງຈັນ ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ໃຊ້ເຄື່ອງຈັກດູດນ້ຳອອກ ຈາກຫ້ວຍໝາກຮຽວ ສູ່ນໍ້າຂອງ ເຊິ່ງຈຸດດັ່ງກ່າວ, ໄດ້ນໍາໃຊ້ເຄື່ອງຈັກດູດນໍ້າ ຈຳນວນ 7 ເຄື່ອງ ໂດຍສາມາດດູດນໍ້າໄດ້ທັງໝົດ 136.000 ລິດ/ຊົ່ວໂມງ. ຜ່ານການໃຊ້ເຄື່ອງຈັກດູດນໍ້າ ດັ່ງກ່າວ, ສາມາດຮັກສາລະດັບນໍ້າຫ້ວຍໝາກຮຽວ ຢູ່ໃນລະດັບເກນປົກກະຕິ (ລະດັບນໍ້າບໍ່ເພີ່ມຂຶ້ນ).