ຕອນບ່າຍຂອງວັນທີ 1 ກໍລະກົດ 2025 ທີ່ສະໂມສອນແຂວງເຊກອງ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ; ໂດຍມີ ທ່ານ ບຸນຫຼາຍ ບຸດທິ, ຮັກສາການເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງໆເຊກອງ ນຳພາຄະນະໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ໃນໂອກາດນີ້, ທ່ານ ຮັກສາການເຈົ້າແຂວງໆເຊກອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການນຳພາ-ຊີ້ນຳຮອບດ້ານ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ແລະ ການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫັນກຳລັງລົງຮາກຖານການເມືອງ ເອົາໃຈໃສ່ປ້ອງກັນເວນຍາມໃນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ; ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ໃນປີ 2025 ສູ້ຊົນເຮັດໃຫ້ລວມຍອດພະລິດຕະພັນ ພາຍໃນ GDP ເພີ່ມຂຶ້ນໃນລະດັບ 6,2% ຂຶ້ນໄປ, ເຮັດໃຫ້ມີມູນຄ່າລວມຍອດພະລິດຕະພັນພາຍໃນ GDP ບັນລຸໄດ້ 3,376 ຕື້ກີບ ແລະ ມູນຄ່າ GDP ສະເລ່ຍໃສ່ປະຊາກອນປະມານ 24,25 ລ້ານກີບ ຫຼື ເທົ່າກັບ 1,123 ໂດລາສະຫະລັດ; ການເກັບລາຍຮັບ-ລາຍຈ່າຍງົບປະມານ ມາຮອດປັດຈຸບັນ ສາມາດເກັບລາຍຮັບໄດ້ທັງໝົດ 239,65 ຕື້ກີບ, ເທົ່າກັບ 38,84% ຂອງແຜນປີ, ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 246,84 ຕື້ກີບ, ເທົ່າກັບ 50,51% ຂອງແຜນປີ; ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ 03 ຂັ້ນຂອງພັກ ມາຮອດປະຈຸບັນ ການດໍາເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ 04 ເມືອງ, ສອງກໍາລັງປະກອບອາວຸດຂັ້ນແຂວງ ແລະ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ສໍາເລັດ 100%; ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ, ດ້ານເນື້ອໃນ ແມ່ນໄດ້ສໍາເລັດລົງໄປທາບທາມຢູ່ 04 ຕົວເມືອງ ແລະ ບັນດາພະແນກການອ້ອມຂ້າງແຂວງ, ສ່ວນດ້ານໂຄງປະກອບ ແມ່ນຢູ່ໃນຂັ້ນຕອນກະກຽມ ລົງທາບທາມ ຢູ່ 04 ເມືອງ ແລະ ບັນດາພະແນກການອ້ອມຂ້າງ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນກໍລະກົດ 2025; ໄດ້ສໍາເລັດການເຊື່ອມຊຶມມະຕິ 03/ກມສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ສໍາເລັດການແຕ່ງຕັ້ງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ລວມທັງ ວາງແຜນການດຳເນີນງານລະອຽດຈະແຈ້ງ ເພື່ອໃຫ້ມີຜົນສໍາເລັດຕາມແຜນການວາງໄວ້.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ກຽດໄດ້ໂອ້ລົມ ເຊິ່ງກ່ອນອື່ນໄດ້ສະແດງຄວາມຊົມເຊີຍ ທຸກຂະແໜງການທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຂອງຕົນບັນລຸຜົນສໍາເລັດເປັນຢ່າງດີ ບັນດາຜົນງານທີ່ຍາດມາໄດ້ນັ້ນ ແມ່ນຍ້ອນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ, ມີຄວາມສາມັກຄີ ເປັນເອກະພາບສູງ ຂອງຄະນະພັກ-ຄະນະນໍາ ທຸກຂັ້ນຂອງແຂວງ ລວມທັງການປະກອບສ່ວນຂອງປະຊາຊົນບັນດາເຜົ່າແຂວງເຊກອງ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້້າໃນການປະຕິບັດໜ້າທີ່ຂອງຕົນ. ຖືໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ນັ້ນໜັກໃຫ້ເອົາໃຈໃສ່ໃນຕໍ່ ໜ້າເປັນຕົ້ນ: ໃຫ້ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ, ການກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫຼຸດລົງ ເປັນຕົ້ນ ການຄ້າຂາຍລົດເຖື່ອນ, ການພະນັນຜິດກົດໝາຍ, ການຕົວະຍົວະຫຼອກລວງຜ່ານລະບົບໂທລະຄົມ (ຄໍເຊັນເຕີ), ອັກຄີໄພ ແລະ ອື່ນໆ ໃຫ້ໄດ້ຮັບການແກ້ໄຂຢ່າງເດັດຂາດ; ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານພັກ-ພະນັກງານ ໂດຍສຸມໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານຢ່າງເປັນລະບົບ, ປັບປຸງລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກ ງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະໃໝ່, ປັບປຸງລະບົບການຈັດຕັ້ງ, ກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍ່ຄວາມບໍ່ສະຫງົບຜ່ານສື່ອອນລາຍ; ເພີ່ມທະວີຄວາມເປັນເຈົ້າການ, ຄວາມຕື່ນຕົວ ແລະ ຄວາມເປັນແບບຢ່າງເຈົ້າການ ຂອງສະມາຊິກພັກ-ພະນັກງານທຸກຂັ້ນ, ຕັ້ງໜ້າປະຕິບັດແນວທາງຍຸດທະສາດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນ ໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ, ໂດຍໃຫ້ສຸມໃສ່ຂຸດຄົ້ນທ່າແຮງຕົ້ນຕໍຂອງແຂວງ, ສຸມໃສ່ປັບປຸງພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມຂົນສົ່ງ ໃຫ້ມີຄວາມສະດວກ; ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂ ບັນຫາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ; ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດ, ໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມລ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກຳນົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫຼື ຖອນເອົາໂຄງການຄືນ. ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງອົງຄະນະພັກແຕ່ລະຂັ້ນ ຈະເຮັດໃຫ້ແຂວງເຊກອງມີການພັດທະນາຢ່າງບໍ່ຢຸດຍັ້ງ ແລະ ມີຜົນສໍາເລັດໃນການກະກຽມການດໍາເນີນກອງປະຊຸມໃຫ່ຍ ຂອງອົງຄະນະພັກແຂວງ ໃນຕໍ່ໜ້າ ເປັນຢ່າງດີ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ





