ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ

Jul 31, 2025

ວັນທີ 29 ກໍລະກົດ 2025 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ ພ້ອມດ້ວຍຄະນະນຳຂອງແຂວງ, ຫົວໜ້າພະແນກການ, ຜູ້ພັດທະນາເຂດເສດພິເສດບໍເຕ່ນແດນງາມ, ຄະນະຄຸ້ມຄອງດ່ານ, ພາສີປະຈຳແຂວງ, ຫົວໜ້າບໍລິສັດຜູ້ພັດທະນາ ແລະ ພາກສ່ວນກ່ຽວຂ້ອງ.
ໂອກາດນີ້, ທ່ານ ໂຈຄຸນ ປະທານກຸ່ມບໍລິສັດຜູ້ພັດທະນາເຂດເສດພິເສດບໍເຕ່ນແດນງາມ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງເຂດເສດພິເສດບໍເຕ່ນແດນງາມ ວ່າ: ໃນການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໄດ້ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ ປັດຈຸບັນໄດ້ສໍາເລັດການປັບໜ້າດິນ ຈໍານວນ 800 ເຮັກຕາ, ຕາໜ່າງໄຟຟ້າ, ນໍ້າປະປາສໍາເລັດ 100%; ສໍາເລັດການສ້າງໂຮງງານນໍ້າປະປາ ທີ່ສາມາດຜະລິດນໍ້າໃຊ້ໄດ້ 10.000 ແມັດກ້ອນຕໍ່ວັນ; ສ້າງຕຶກອາຄານ ປະມານ 41 ກວ່າຕຶກ ເພື່ອຮອງຮັບການຄ້າ, ການບໍລິການ, ສະຖານທີ່ພັກເຊົາ, ການສຶກສາ, ຮ້ານຄ້າປອດພາສີ, ທະນາຄານ, ໂຮງແຮມ ແລະ ບັນດາຫ້າງຮ້ານ; ໄດ້ກໍ່ສ້າງເສັ້ນທາງ-ອາຄານອ້ອມໜອງນໍ້າ ແລະ ບ້ານນໍ້າທຸງ ເພື່ອສ້າງເປັນເຂດທ່ອງທ່ຽວທາງທໍາມະຊາດ, ມີບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານ ລວມທັງໝົດ 991 ບໍລິສັດ, ບັນດາທຸລະກິດດັ່ງກ່າວແມ່ນມາຈາກປະເທດຈີນ, ມຽນມາ, ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ, ມາເລເຊຍ ຊຶ່ງມີແຮງງານຢູ່ໃນເຂດ ທັງໝົດ 10.000 ກວ່າຄົນ. ໃນນີ້, ຄົນລາວກວມເອົາ 60%.
May be an image of 5 people and text
ຈາກນັ້ນ ທ່ານ ຈົ່ງຊຽນເຈ່ຍ ປະທານບໍລິສັດ ຊີຈີເອັນ ເຈເນີຈີ ເຕັກໂນໂລຢີ ລາວ ຈໍາກັດ ກໍໄດ້ລາຍງານການຈັດຕັ້ງໂຄງການພະລັງງານລົມ 450 ເມກາວັດ ຢູ່ເມື່ອງສິງ ແລະ ເມືອງລອງ ແລະ ໂຄງ ການໄຟຟ້າພະລັງງານແສງຕາເວັນ 580 ເມກາວັດ ຢູ່ເມືອງຫລວງນໍ້າທາ ແມ່ນໄດ້ເຊັນສັນຍາ PDA ແລ້ວ, ຈະເລັງຈັດຕັ້ງປະຕິບັດ ພາຍໃນປີນີ້. ພ້ອມນີ້, ທ່ານ ອານິໄຊ ສຸຂະວົງ ປະທານບໍລິສັດ ລ້ານຊ້າງ ກໍ່ສ້າງຂົວທາງຈໍາກັດ ກໍໄດ້ນໍາສະເໜີ ການຈັດຕັ້ງປະຕິບັດ ການກໍ່ສ້າງທາງດ່ວນ ບໍ່ເຕ່ນ ຫາ ນາເຕີຍ ເຊິ່ງມີຄວາມຍາວ 14,48 ກິໂລເມັດ, ໜ້າທາງກວ້າງ 32 ແມັດ, ມູນຄ່າການລົງທືນທັງໝົດ 163 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນຂອງເອກກະຊົນ 100%, ໂຄງການດັ່ງກ່າວ ເປັນການຮ່ວມມືຂອງບໍລິສັດ ລ້ານຊ້າງ ກໍ່ສ້າງຂົວທາງຈຳກັດ ກັບ ບໍລິສັດ ສິງກະໂປຮາຍເວ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບາງບັນຫາ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ເອົາໃຈໃສ່ພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເພື່ອເປັນການອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າເຂົ້າ-ອອກດ່ານ ໃຫ້ວ່ອງໄວຂຶ້ນກວ່າເກົ່າ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງ ທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ ສະເໜີໃຫ້ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ເອົາໃຈໃສ່ໂຄສະນາປະ ຊາສໍາພັນບັນດາກິດຈະກໍາການທ່ອງທ່ຽວພາຍໃນເຂດໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວ ໃຫ້ມີບັນຍາກາດໃໝ່ ຄຽງຄູ່ກັບການສ້າງວຽກເຮັດງານທໍາຂອງປະຊາຊົນ ກໍຄື ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນເຄື່ອນໄຫວວຽກຈຸດສຸມ ແລະ ບັນດາເນື້ອໃນນິຕິກໍາ ທີ່ລັດຖະບານໄດ້ກໍານົດ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງຢ່າງແຂງແຮງ.
May be an image of 10 people
ໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ລົງພື້ນທີ່ຢ້ຽມຢາມ ບໍລິສັດ ກັງວານແຟຊັ້ນເສື້ອຜ້າລາວ ຈຳກັດ ເຊິ່ງເປັນໂຮງງານຜະລິດກະເປົາ, ໝວກ ແລະ ສາຍແອວ ສ້າງຕັ້ງຂຶ້ນປີ 2024 ໂດຍຜະລິດ ແລະ ສົ່ງອອກໄປຕ່າງປະເທດ.
ຂ່າວ: ມຸນຕີ