ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ

Sep 19, 2025

ວັນທີ 19 ກັນຍາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການພັດທະນາເສດຖະກິດ ແລະ ພື້ນຖານການຜະລິດ ຢູ່ພື້ນທີ່ຕົວຈິງ ພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນ ໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ, ເມືອງຫາດຊາຍຟອງ; ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ເມືອງໄຊທານີ; ໂຮງງານຜະລິດຫົວອາຫານສັດກຣີນຟິດ ຢູ່ບ້ານໂນນທອງ, ເມືອງໄຊທານີ; ແລະ ໂຮງງານຜະລິດຫົວອາຫານສັດ ພູຄຳ (CP) ຢູ່ບ້ານພູຄຳ, ເມືອງໄຊທານີ; ໂດຍມີທ່ານ ພູວົງ ວົງຄຳຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວຕິດຕາມ.
May be an image of 8 people and text May be an image of 10 people and people studying May be an image of 13 people
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.