ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ການນໍາແຂວງ​ຈໍາປາສັກ​ ເອົາໃຈໃສ່ເຝົ້າລະວັງໄພພິບັດຈາກທໍາມະຊາດ​

Sep 14, 2024

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຢ່າງເປັນທາງການທີ່ແຂວງຈໍາປາສັກ​ ໃນວັນທີ 13 ກັນຍາ ຜ່ານມາ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ອະລຸນໄຊ ສູນນະລາດ​ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍຄະນະພັກ​ – ຄະນະນຳ ແລະ​ ພະນັກງານການນຳຫຼັກແຫຼ່ງພາຍໃນແຂວງ​ ເຂົ້າຮ່ວມ.​
ໂອກາດນີ້, ທ່ານ ອະລຸນໄຊ​ ສູນນະລາດ​ ໄດ້ລາຍງານລາຍງານໂດຍສັງເຂບກ່ຽວກັບການເຄື່ອນໄຫວ ນໍາພາ ​- ຊີ້ນໍາວຽກງານຮອບດ້ານ ຂອງ ຄະນະບໍລິຫານງານພັກແຂວງ ໃນ​ 8​ ເດືອນຜ່ານມາ​ ໂດຍຍົກໃຫ້ເຫັນການຜັນຂະຫຍາຍ -​ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່​ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທ້າຍສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ – ການເງິນ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, 9 ທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ ແລະ ການກະກຽມໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ,​ ລົງເຖິງຂັ້ນຮາກຖານ; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາເຫັນວ່າທົ່ວແຂວງ ສາມາດຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; ການຈັດຕັ້ງພັກ​ – ລັດ ແລະ ພາກສ່ວນຕ່າງໆ ໃນສັງຄົມ ເຄື່ອນໄຫວຕາມພາລະບົດບາດ, ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ແຜນພັດທະນາເສດຖະກິດ​ – ສັງຄົມ, 2 ວາລະແຫ່ງຊາດ, ມະຕິວ່າດ້ວຍສ້າງເສດຖະກິດເອກະລາດ​ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ບັນດານິຕິກຳ, ທິດຊີ້ນໍາສໍາຄັນຂອງສູນກາງພັກ, ລັດຖະບານ ດ້ວຍຄວາມເອົາໃຈໃສ່ ເຮັດໃຫ້ການພັດທະນາຢູ່ແຂວງຈຳປາສັກ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາປະເທດຊາດ. ນອກນີ້, ທ່ານເຈົ້າແຂວງ ຍັງໄດ້ລາຍງານໃຫ້ຮູ້ເຖິງບັນຫາພົ້ນເດັ່ນພາຍໃນແຂວງຕື່ມອີກ.
ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ແລະ​ ຕີລາຄາສູງຕໍ່ຜົນງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​ – ສັງຄົມຂອງແຂວງ ຕາມການລາຍງານໂດຍຫຍໍ້ຈາກທ່ານເຈົ້າແຂວງ ເຫັນວ່າສາມາດຍາດມາໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ.​ ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ການນໍາແຂວງຈໍາປາສັກ ເອົາໃຈໃສ່ບາງບັນຫາ​ຕົ້ນຕໍແມ່ນ ເອົາໃຈໃສ່ນໍາພາ​ -​ ຊີ້ນໍາຄະນະກໍາມະການປ້ອງກັນໄພພິບັດຂັ້ນແຂວງ,​ ເມືອງ​ -​ ນະຄອນ​ ເອົາໃຈໃສ່ເຝົ້າລະວັງ,​ ຕິດຕາມຂໍ້ມູນຂ່າວສານດ້ານພະຍາກອນອາກາດ,​ ໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ໃກ້ແມ່ນໍ້າ​ ແລະ​ ພື້ນທີ່ຕໍ່າ ໃຫ້ມີສະຕິລະວັງຕົວ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການຮັບມືກັບໄພພິບັດຈາກທໍາມະຊາດ ໂດຍສະເພາະແມ່ນໄພນໍ້າຖ້ວມ​ ທີ່ອາດຈະເກີດຂຶ້ນ​ ເວົ້າລວມ,​ ເວົ້າສະເພາະ ແມ່ນກະກຽມຄວາມພ້ອມຮັບມືກັບມວນນໍ້າມະຫາສານ ທີ່ຈະໄຫຼມາຈາກພາກເໜືອ ເພື່ອ​ບໍ່ໃຫ້ມີຄວາມເສຍຫາຍດ້ານຊີວິດ ແລະ​ ຊັບສິນຂອງພົນລະເມືອງລາວ​.​ ນອກນີ້,​ ຍັງເນັ້ນໜັກໃຫ້ການນໍາແຂວງຈໍາປາສັກ​ ສືບຕໍ່ນໍາພາ -​ ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່​ ໃຫ້ເປັນຂະບວນກວ້າງຂວາງ​ ແລະ​ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.​
ຂ່າວ​-ພາບ​: ທູນທອງໃຈ