ໃນໂອກາດໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເຊິ່ງຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 31 ມັງກອນຜ່ານມານີ້.
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຈັດຕັ້ງປະຕິບັດຫລາຍວຽກ ງານໃຫ້ດີຂຶ້ນກວ່າເກົ່າ.
ໃນນີ້ ເວົ້າສະເພາະວຽກທີ່ດິນ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈສ່ 9 ບັນຫາສໍາຄັນ ຄື:
1). ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ໃຫ້ມີຜົນສໍາເລັດ.
2). ສູ້ຊົນຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດີນໃຫ້ບັນລຸຕົວເລກຄາດໝາຍ 300,000 ຕອນ ໃນປີ 2025.
3). ຮີບຮ້ອນຈັດຕັ້ງປະຕິບັດມະຕິ ສະບັບເລກທີ 57/ຄປຈ ວ່າດ້ວຍການພິຈາລະນາຮັບຮອງ ການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິຜົນ.
4). ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໂດຍຈັດສັນທີ່ດິນໃຫ້ໄດ້ຕາມເປົ້າໝາຍ (ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໃຫ້ ໄດ້ 70% ແລະ ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30%).
5). ເພີ່ມທະວີການປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສ້າງແຜນ ຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານ ໃຫ້ສໍາເລັດໃນຂອບເຂດທົົ່ວປະເທດ ເພື່ອໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງລະອຽດ ແລະ ເປັນບ່ອນອີງໃນການຂື້ນທະບຽນອອກໃບຕາດິນ, ເກັບອາກອນ ທີ່ດິນປະຈໍາປີ.
6). ຊຸກຍູ້ບັນດາຂະແໜງ ການ ຂື້ນບັນຊີທີ່ດິນລັດ ແລະ ສ້າງຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.
7). ໃຫ້ກວດຄືນ ແລະ ດັດປັບເຂດປະເມີນລາຄາທີ່ດິນ ແລະ ແຜນທີ່ປະເມີນລາຄາໃຫ້ແທດເໝາະຕົວຈິງ.
8. ສຸມໃສ່ການຫັນເປັນທັນສະໄໝໃນວຽກງານການຄຸ້ມຄອງທີ່ດິນ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນໃຫ້ສໍາເລັດໂດຍໄວ ເພື່ອເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນໃນການຈັດເກັບລາຍຮັບກ່ຽວກັບທີ່ດິນ.
9) ເລັ່ງຫັນເອົາທຸລະກິດການຊື້-ຂາຍທີ່ດິນ (ການໂອນກໍາມະສິດທີ່ດິນ), ການປ່ຽນປະ ເພດທີ່ດິນໃຫ້ເຂົ້າສູ່ລະບຽບການ ແລະ ເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ ແລະ ກໍານົດການຊໍາລະຜ່ານລະບົບທະນາຄານ.
10). ໃຫ້ກວດກາ ແລະ ປະເມີນຄືນບັນດາໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ໂດຍໃຫ້ກວດກາເນື້ອທີ່ດິນຄືນ, ໂຄງການໃດບໍ່ປະຕິບັດພັນທະທາງດ້ານພາສີອາ ກອນທີ່ດິນ ຫຼື ບໍ່ພັດທະນາ ກໍ່ໃຫ້ມີມາດຕະການດ້ານວິໄນຕ່າງໆ ລວມທັງການກ້າວໄປເຖິງການຖອດຖອນສິດນໍາໃຊ້ທີ່ດິນຂອງໂຄງການ.
11).ໃຫ້ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ ແລະ ຫາງສຽງປະຊາຊົນກ່ຽວກັບວຽກ ງານທີ່ດິນ.
ວສລ



