ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີ ການສັງຄົມ ປະຈຳປີ 2024 ໃນຕອນບ່າຍວັນທີ 19 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານໄດ້ເນັ້ນໃຫ້ກະຊວງ ຮສສ ແລະພາກສວ່ນທີ່ກ່ຽວຂ້ອງ ສຸມໃສ່ພັດທະນາສີມືໃຫ້ກໍາລັງແຮງງານລາວໃຫ້ມີຄຸນນະພາບ, ສາມາດຕອບສະໜອງຕາມຄວາມຕ້ອງການຕະ ຫລາດພາຍໃນ ແລະ ຕ່າງປະເທດ ໂດຍຕ້ອງເຮັດວຽກເປັນລະ ບົບຢ່າງແຂງແຮງ ກັບຫົວໜ່ວຍແຮງງານທີ່ເປັນຜູ້ນໍາໃຊ້ແຮງງານຕົວຈິງ ໂດຍໃຫ້ຫົວໜ່ວຍແຮງງານເຫລົ່ານີ້ ໄດ້ເຂົ້າມາມີສ່ວນ ຮ່ວມໃນການພັດທະນາສີມືແຮງງານໃຫ້ຫລາຍຂຶ້ນ ແລະ ຮັບເອົາແຮງງານທີ່ໄດ້ຜ່ານການຝືກຝົນເຂົ້າສູ່ຕຳແໜ່ງງານ, ເຮັດໃຫ້ຜູ້ອອກແຮງງານໄດ້ຝຶກທັກສະ, ມີຄວາມຊຳນານງານ, ມີລະບຽບວິໄນ, ມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍຮັບສາມາດເພິ່ງຕົນ ເອງ ແລະ ລ້ຽງຄອບຄົວໄດ້.
ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກຕື່ມວ່າ: ຕ້ອງເອົາໃຈໃສ່ພັດທະນາລະບົບຖານຂໍ້ມູນຂ່າວສານຕະຫລາດແຮງງານ ໃຫ້ເປັນກົນໄກການດັດສົມລະຫວ່າງຄວາມຕ້ອງການ ແລະ ການສະໜອງກຳລັງແຮງງານຕາມຂະແໜງເສດຖະກິດ ແລະ ສາມາດເຊື່ອມຕໍ່ລະ ບົບຖານຂໍ້ມູນແຮງງານ ກັບ ລະບົບຖານຂໍ້ມູນອາກອນເງິນເດືອນ ໃຫ້ເປັນລະບົບ; ປັບປຸງກົນໄກການເຮັດວຽກ ຂອງຄະນະກຳມະ ການແຮງງານແຫ່ງຊາດ (ກະຊວງ ຮສສ, ສູນກາງສະຫະພັນກຳມະ ບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ) ໃຫ້ມີຄວາມວ່ອງໄວ ແລະ ແທດຕົວຈິງ; ດຳເນີນການກວດກາຄືນບັນ ດາວິສາຫະກິດຈັດຫາງານ ເພື່ອສືບຕໍ່ສົ່ງເສີມໃຫ້ມີຄວາມເຂັ້ມ ແຂງ.
ພ້ອມນີ້, ຕ້ອງສືບຕໍ່ບັງຄັບໃຊ້ກົດໝາຍຄຸ້ມຄອງແຮງງານພາຍ ໃນ ແລະ ຕ່າງປະເທດໃຫ້ມີປະສິດທິຜົນ ແລະ ເດັດຂາດກວ່າເກົ່າ; ພັດທະນາລະບົບປະກັນສັງຄົມ ແລະ ສະຫວັດດີການສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແນໃສ່ເຮັດໃຫ້ຜູ້ອອກ ແຮງງານສາມາດເຂົ້າເຖິງການປະກັນຕົນ ແລະ ເຂົ້າເຖິງການບໍລິ ການປະກັນສັງຄົມທີ່ມີປະສິດທິຜົນກວ່າເກົ່າ; ສ້າງສິ່ງອຳນວຍຄວາມສະດວກໃຫ້ຜູ້ອອກ ແຮງງານນອກລະບົບ ຕາມກຸ່ມອາຊີບຕ່າງໆ ໃນຂັ້ນທ້ອງຖິ່ນ ໄດ້ເຂົ້າຮ່ວມລະບົບປະກັນສັງຄົມແບບສະ ໝັກໃຈ ໃຫ້ຫລາຍຂຶ້ນ, ພ້ອມທັງປັບປຸງກົນໄກການຄຸ້ມຄອງ ແລະ ບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ມີຄວາມໂປ່ງໃສ, ຍືນ ຍົງ, ສາມາດຕອບສະໜອງການບໍລິການທີ່ມີຄຸນນະພາບ ແລະ ວ່ອງໄວ້ ແລະ ບັນຫາອື່ນໆ.
ທີ່ມາ: ຂປລ





