ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Oct 8, 2024

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ: ໂດຍຕອບຮັບຕາມການເຊື້ອເຊີນຂອງ ພະນະ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພະນະ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະ ມົນຕີ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10-11 ຕຸ ລາ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.
ປະຫວັດຫຍໍ້
——-
ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru)
– ວັນເດືອນປີເກີດ: 4ກຸມພາ 1957 (ອາຍຸ 67ປີ)
– ສັງກັດ:ພັກເສລີປະຊາທິປະໄຕຍີ່ປຸ່ນ (ພັກ LDP); ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາຜູ້ແທນຣາຊະດອນ (ສະພາຕໍ່າ) ລວມທັງໝົດ12 ຄັ້ງ.
– ຕໍາແໜ່ງປັດຈຸບັນ:
– ສາຍພັກ:ປະທານ ພັກ LDP
– ສາຍລັດ:ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ຄົນທີ 102
ວັນທີ, ເດືອນ, ປີ ເນື້ອໃນ
ມີນາ 1979 ຈົບການສຶກສາລະດັບປະລິນຍາຕີຈາກຄະນະນິຕິສາດ,ມະຫາວິທະຍາໄລເຄໂອ
ເມສາ 1979 ເຂົ້າເຮັດວຽກ ຢູ່ ທະນາຄານມິດຊູອິ (Mitsui)
ທັນວາ 1992 ຮອງຜູ້ຊ່ວຍລັດຖະມົນຕີກະຊວງກະສິກຳ, ປ່າໄມ້ແລະການປະມົງ
ກໍລະກົດ2000 ເລຂາທິການອາວຸໂສແຫ່ງລັດ ຮັບຜິດຊອບວຽກງານກະສິກຳ, ປ່າໄມ້ແລະການປະມົງ
ທັນວາ 2000 ເລຂາທິການອາວຸໂສແຫ່ງລັດ ຮັບຜິດຊອບວຽກງານປ້ອງກັນປະເທດ
ມັງກອນ 2001 ຮອງຫົວໜ້າສໍານັກງານປ້ອງກັນປະເທດ
ກັນຍາ 2002 ຫົວໜ້າສໍານັກງານປ້ອງກັນປະເທດ
ກັນຍາ 2007 ລັດຖະມົນຕີ ກະຊວງປ້ອງກັນປະເທດ
ກັນຍາ 2008 ລັດຖະມົນຕີ ກະຊວງກະສິກຳ, ປ່າໄມ້ແລະການປະມົງ
ກັນຍາ 2009 ປະທານສະພາຄົ້ນຄວ້ານະໂຍບາຍພັກ LDP
ກັນຍາ 2012 ເລຂາທິການພັກ LDP
ກັນຍາ 2014 ລັດຖະມົນຕີ ຮັບຜິດຊອບວຽກງານ ການຫຼຸດລົງຂອງປະຊາກອນ ແລະ ການສົ່ງເສີມເສດຖະກິດທ້ອງຖິ່ນ
ລັດຖະມົນຕີ ຮັບຜິດຊອບວຽກງານເຂດພິເສດຍຸດທະສາດແຫ່ງຊາດ.
27 ກັນຍາ 2024 ປະທານພັກLDP
01ຕຸລາ 2024- ປະຈຸບັນ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ຄົນທີ 102
May be an image of 1 person