ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມ ທີ່ ສປ ຈີນ

Nov 7, 2024

ໃນຕອນເຊົ້າຂອງວັນທີ 6 ພະຈິກ 2024 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງ ສະໜາມບິນສາກົນ ສາງສຸຍ ນະຄອນຄຸນໝິງ ສປ ຈີນ ໂດຍມີ ທ່ານ ຫລິວ ຫົງຈ້ຽນ ເລຂາພັກນະຄອນຄຸນໝິງ, ຄະນະປະຈໍາພັກແຂວງຢຸນນານ ພ້ອມດ້ວຍຄະນະ, ຄະນະສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນໝິງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມ ກຽດ.
ການເດີນທາງຢ້ຽມຢາມ ສປ ຈີນ ໃນຄັ້ງນີ້, ເພື່ອຕອບສະ ໜອງຕາມການເຊື້ອເຊີນຂອງ ສະ ຫາຍ ຫລີ ສຽງ ນາຍົກລັດຖະ ມົນຕີ ແຫ່ງ ສປ ຈີນ ໂດຍມີຈຸດປະສົງເພື່ອເຂົ້າຮ່ວມກອງປະຊຸມສຸດ ຍອດອະນຸພາກພື້ນແມ່ນໍ້າຂອງ(GMS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11, ພ້ອມທັງເປັນປະທານກອງປະຊຸມສຸດ ຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 10 ໃນລະຫວ່າງວັນທີ 6-7 ພະຈິກ 2024 ທີ່ ນະຄອນຄຸນໝິງ ສປ ຈີນ.
ຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນະຍາ ແລະ ຄະນະ ຈະໄດ້ສືບຕໍ່ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ແຂວງເຈີ້ຈ່ຽງ ແລະ ນະຄອນຊຽງໄຮ້ ໃນລະຫວ່າງວັນທີ 8-10 ພະຈິກ 2024.
ນອກນັ້ນ, ໃນການຢ້ຽມຢາມ ສປ ຈີນ ໃນຄັ້ງນີ້, ສະຫາຍ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງຈະໄດ້ໄປຢ້ຽມຢາມຫົວ ໜ່ວຍທຸລະກິດຈຳນວນໜຶ່ງທີ່ມາລົງທຶນຢູ່ ສປປ ລາວ ແລະ ກໍເປັນບໍລິສັດຫລັກແຫລ່ງ ແລະ ມີທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງ ສປ ຈີນ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ