ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕ້ອນຮັບເຈົ້າແຂວງຢຸນນານ ແລະ ປະທານ ທະນາຄານພັດທະນາອາຊີ

Nov 10, 2024

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທີ 8, ກອງປະຊຸມ ສຸດຍອດ ກໍາປູເຈຍ- ລາວ- ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11 ແລະ ເປັນປະທານກອງປະຊຸມສຸດຍອດຂອບ ຍຸດທະສາດການຮ່ວມມືດ້ານເສດຖະ ກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 10 ໃນລະຫວ່າງວັນທີ 6-7 ພະຈິກ 2024 ທີ່ ນະຄອນຄຸນໝິງ ສປ ຈີນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້ໂປ ເລຂາພັກແຂວງ, ເຈົ້າແຂວງຢຸນນານ ແລະ ທ່ານ ມາຊັດສຸກຸ ອາຊາກາວາ (Masatsugu Asakawa) ປະທານ ທະ ນາຄານພັດທະນາອາຊີ (ADB).
ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້ໂປ ເລຂາພັກແຂວງ, ເຈົ້າແຂວງຢຸນນານ, ສະຫາຍ ຫວັງ ອີ້ໂປ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ສະຫາຍ ນາຍົກ ລັດຖະມົນຕີ ສອນໄຊ ສີພັນ ດອນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລາວ, ຊຶ່ງສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຄະນະຜູ້ ແທນລາວ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຖານ ສະຫາຍອ້າຍນ້ອງ ໃນຄັ້ງນີ້. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍຄື ການພົບ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງຢຸນນານ, ສະແດງອອກໃນການແລກປ່ຽນການຢ້ຽມ ຢາມ ແລະ ການພົບປະຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດໍາເນີນໄປຢ່າງເປັນປົກກະຕິ ແລະ ເພີ່ມຂຶ້ນ.
ໃນໂອກາດນີ້, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບ ການພັດທະນາທີ່ພົ້ນເດັ່ນຂອງທັງສອງຝ່າຍ, ພ້ອມທັງໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ແຂວງຢຸນນານ ໃນໄລຍະຜ່ານມາ, ທັງໄດ້ປຶກສາຫາລື ເພື່ອຊຸກຍູ້ການ ຮ່ວມມືສອງປະເທດ ກໍຄື ລະຫວ່າງ ສປປ ລາວ ກັບ ແຂວງຢູນນານ ໃນຕໍ່ໜ້າ ໂດຍຖືເອົາການຕົກລົງ ເປັນເອກະພາບ ຂອງສອງເລຂາທິການໃຫຍ່ຂອງສອງພັກ ເພື່ອຜັນຂະຫຍາຍ ໃຫ້ເກີດດອກອອກຜົນເປັນຈິງໃນແຕ່ລະດ້ານ ເປັນຕົ້ນ ການຮ່ວມກັນວາງແຜນ ແລະ ນໍາໃຊ້ໂຄງການທາງລົດໄຟລາວ-ຈີນ ທີ່ເປັນ ໂຄງ ການຮ່ວມມືລະດັບຊາດ ແລະ ເປັນປະຫວັດສາດຂອງສອງປະ ເທດໃຫ້ມີປະສິດທິຜົນສູງ, ລວມທັງ ການວາງແຜນການພັດທະ ນາໂຄງການປິ່ນອ້ອມຕາມແລວທາງລົດໄຟລາວ-ຈີນ ແລະ ອື່ນໆ.
ສໍາລັບການຕ້ອນຮັບ ປະທານທະນາຄານພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວ ກັບ ການເປັນຄູ່ຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານພັດທະນາອາຊີ, ລວມທັງ ການສະໜັບສະໜູນຂອງ ທະນາຄານພັດທະນາອາຊີ ໃນການສະໜອງດ້ານທຶນຮອນ ແລະ ຊ່ວຍ ເຫລືອດ້ານວິຊາ ການ ໃນຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ (GMS) ໂດຍສະເພາະບັນດາໂຄງການຮ່ວມມືດ້ານເສດຖະ ກິດ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດອະນຸພາກພື້ນແມ່ນໍ້າຂອງ ຈົນຮອດ 2030. ພ້ອມນີ້, ສອງຝ່າຍ ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມື ເພື່ອບັນລຸການຈັດຕັ້ງປະຕິບັດ 9 ໂຄງການບຸລິມະສິດ ຂອງ ສປປ ລາວ ໃນປີ 2024 ເຊັ່ນ: ຂະແໜງສາທາລະນະສຸກ, ການປັບປຸງດ້ານໂຄງລ່າງພື້ນ ຖານ, ການພັດທະນາ ສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງ ອາຫານ, ການປັບປຸງນໍ້າສະອາດ, ຊັບພະຍາກອນທຳມະຊາດ, ການຫລຸດ ຜ່ອນຄວາມທຸກຍາກ ແລະ ອື່ນໆ ລວມມູນຄ່າ 312 ລ້ານໂດລາສະຫະລັດ, ລວມທັງ ສືບຕໍ່ພັດທະນາຂອບການ ຮ່ວມ ມືອາຊຽນ-ADB ເປັນຕົ້ນ ການເຊື່ອມໂຍງ ແລະ ເຊື່ອມຈອດໂຄງລ່າງພື້ນຖານ, ເສດຖະກິດ, ສິ່ງແວດລ້ອມ, ນະວັດຕະກໍາ, ພະລັງ ງານສະອາດ ແລະ ຂົງເຂດວຽກບູລິມະສິດອື່ນໆ ທີ່ເປັນທ່າແຮງໃນການສືບຕໍ່ຮ່ວມມືກັນ ໃນຕໍ່ໜ້າ.
ໃນໂອກາດເຂົ້າຮ່ວມກອງປະຊຸມ ແລະ ເຄື່ອນໄຫວຢ້ຽມຢາມ ນະຄອນຄຸນໝິງ ສປ ຈີນ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມບໍລິສັດຕາຂ່າຍໄຟຟ້າພາກໃຕ້ (ສາຂາແຂວງຢຸນນານ) ຕື່ມອີກ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ