ໃນຕອນຄໍ່າຂອງວັນທີ 8 ພະຈິກ 2024, ທີ່ ເຮືອນຮັບແຂກລັດຖະບານ ຊີຫູ, ນະຄອນຫາງໂຈ, ແຂວງເຈີຈຽງ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ເຮົ້າ, ເລຂາພັກແຂວງ, ເຈົ້າແຂວງໆເຈີຈຽງ, ໃນໂອກາດເດີນທາງຢ້ຽມຢາມເຮັດວຽກຢູ່ ນະຄອນຫາງໂຈ, ແຂວງເຈີຈຽງ ໃນລະຫວ່າງວັນທີ 8-9 ພະຈິກ 2024.
ໃນໂອກາດນີ້, ສະຫາຍ ຫວັງ ເຮົ້າ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ສະຫາຍ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລາວ ທີ່ເດີນທາງມາຢ້ຽມຢາມ ແຂວງເຈີຈຽງ, ຂະນະດຽວກັນ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມຖານສະຫາຍອ້າຍນ້ອງໃນຄັ້ງນີ້. ສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນພາຍໃນຂອງຕົນໃຫ້ກັນຊາບ. ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ກໍຄືການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງເຈີຈຽງ, ໂດຍສະເພາະແມ່ນພາຍຫຼັງທີ່ສະພາການຄ້າແຂວງເຈີຈຽງໄດ້ມາສ້າງຕັ້ງຢູ່ ສປປ ລາວ ໃນປີ 2013 ເປັນຕົ້ນມາ, ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງ ທ່ຽວ ແລະ ການແລກປ່ຽນທາງດ້ານວັດທະນະທໍາ, ການສຶກສາ ແລະ ອື່ນໆ ໄດ້ຮັບການສົ່ງເສີມເປັນກ້າວໆມາ.
ການເດີນທາງຢ້ຽມຂອງສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃນຄັ້ງນີ້ ຖືເປັນການຢ້ຽມຢາມຄັ້ງທໍາອິດ, ສອງຝ່າຍ ໄດ້ປຶກສາຫາລື ເພື່ອຊຸກຍູ້ການຮ່ວມມືສອງປະເທດ ກໍ່ຄື ລະຫວ່າງ ສປປ ລາວ ກັບ ແຂວງເຈີຈຽງ ໃນຕໍ່ໜ້າ, ໂດຍຖືເອົາການຕົກ ລົງເປັນເອກະພາບຂອງການນໍາສູງສຸດຂອງສອງຝ່າຍ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງໃນແຕ່ລະດ້ານ ເຊັ່ນ: ຊຸກຍູ້ໃຫ້ການຮ່ວມມືລະຫວ່າງບັນດາຂະແໜງການ, ພ້ອມກັນຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບ ແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ; ຊຸກຍູ້ພາກທຸລະກິດ ຂອງແຂວງເຈີຈຽງ ທີ່ມີຄວາມສົນໃຈ, ມີທ່າແຮງ ເພື່ອສົມທົບກັບພາກ ສ່ວນກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັນພັດທະນາ ແລະ ຮ່ວມກັນຊຸກຍູ້ໃຫ້ການທ່ອງທ່ຽວ ລະຫວ່າງ ແຂວງເຈີຈຽງ ກັບ ລາວ ໃຫ້ມີບັນຍາກາດໃໝ່, ສົມທົບກັບການນໍາໃຊ້ການຄົມມະນາຄົມທີ່ມີພື້້ນຖານທີ່ດີແລ້ວນີ້ ໃຫ້ເກີດຜົນປະໂຫຍດສູງສຸດ; ສືບຕໍ່ການຮ່ວມມືໃນວຽກງານກໍ່ສ້າງຊັບພະຍາກອນມະນຸດ, ສ້າງເງື່ອນໄຂໃຫ້ພະນັກງານລາວ ໄດ້ມາແລກປ່ຽນຖອດຖອນບົດຮຽນຢູ່ແຂວງເຈີຈຽງ ໃຫ້ຫຼາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດສັນຍາ, ບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນຜ່ານມາໃຫ້ເປັນຮູບປະທໍາ ໂດຍສະເພາະຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ລວມທັງຜັນຂະຫຍາຍບົດບັນທຶກວ່າດ້ວຍການສ້າງເມືອງແຮກສ່ຽວ-ເມືອງມິດຕະພາບ ເພື່ອແນ່ໃສ່ນໍາເອົາຜົນປະໂຫຍດຕົວຈິງ ແລະ ສ້າງເປັນສັນຍາລັກຂອງການພົວພັນສອງຝ່າຍ.
ໃນໂອກາດຢ້ຽມຢາມເຮັດວຽກຢູ່ແຂວງເຈີຈຽງຄັ້ງນີ້, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນະຍາ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມທັດສະນະສືກສາ ກ່ຽວກັບວຽກງານວັດທະນະທໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ ທີ່ ໝູ່ບ້ານບູຮານຊຽວກູ່ເຊີງ (Xiaogucheng), ການພັດທະນານິຄົມອຸດສາຫະກໍາ ແລະ ນະວັດຕະກໍາໃໝ່ ທີ່ ກຸ່ມບໍລິສັດ ອາລີບາບາ ຕື່ມອີກ.





