ໃນວັນທີ 10 ພະຈິກ 2024, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມເຮັດວຽກທີ່ ນະຄອນຊຽງໄຮ້, ສປ ຈີນ, ຊຶ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ກົງ ເຈີ້ງ, ເລຂາພັກ, ເຈົ້າຄອງນະຄອນຊຽງໄຮ້.
ໃນໂອກາດນີ້, ສະຫາຍ ກົງ ເຈີ້ງ, ເລຂາພັກ, ເຈົ້າຄອງນະຄອນຊຽງໄຮ້ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລາວ ທີ່ເດີນທາງມາຢ້ຽມຢາມນະຄອນຊຽງໄຮ້ ໃນຄັ້ງນີ້, ໂດຍ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບດັ່ງກ່າວ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຈັດ ງານວາງສະແດງສິນຄ້ານໍາເຂົ້າສາກົນ ສປ ຈີນ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້ ແລະ ຫາກໍ່ອັດລົງໃນວັນທີ 10 ພະຈິກ 2024 ນີ້.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ກໍຄືການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ນະຄອນຊຽງໄຮ້ ທີ່ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ, ການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ໄດ້ດໍາເນີນໄປຢ່າງເປັນປົກກະຕິ ແລະ ເພີ່ມຂື້ນ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ກໍ່ຄືລະຫວ່າງ ສປປ ລາວ ກັບ ນະຄອນຊຽງໄຮ້ ໃນຕໍ່ໜ້າ, ໂດຍສະເພາະແມ່ນການຊຸກຍູ້ການພົວພັນຮ່ວມມືທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ສາຍການບິນຕົງ ວຽງ ຈັນ-ຊຽງໄຮ້-ວຽງຈັນ ເພື່ອຊຸກຍູ້ການໄປມາຫາສູ່ ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ, ລວມເຖິງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.
ໃນນີ້, ສອງຝ່າຍຍິນດີ ທີ່ຈະພ້ອມກັນສະໜັບສະໜູນ ແລະ ຊຸກຍູ້ ການດໍາເນີນງານໂຄງການພັດທະນາບຶງທາດຫລວງ ຂອງບໍລິສັດ ຊຽງໄຮ້ ວ້ານເຟິງ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ. ນອກນີ້, ສອງຝ່າຍຍັງໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມທີ່ ພົ້ນເດັ່ນພາຍໃນຂອງຕົນໃຫ້ກັນຊາບ.
ໃນໂອກາດຢ້ຽມຢາມເຮັດວຽກຢູ່ນະຄອນຊຽງໄຮ້ຄັ້ງນີ້, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນະຍາ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມທັດ ສະນະສືກສາຢູ່ ສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງປະຖົມມະລຶກຂອງພັກກອມມູນິດຈີນ, ພິພິທະພັນແຜນຜັງເມືອງ ຂອງນະ ຄອນຊຽງໄຮ້, ສະມາຄົມຊື້ຂາຍແລກປ່ຽນຄໍາ ແລະ ບໍລິສັດຜະລິດຍົນ COMAC ອີກດ້ວຍ.




