ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ແຫ່ງ ຍີ່ປຸ່ນ

Jan 22, 2025

ໃນວັນທີ 21 ມັງກອນ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະ ຍາ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອະກິຊິໂນະ ແຫ່ງ ປະເທດຍີ່ປຸ່ນ ແລະ ພະຊາຍາ ທີ່ ພະຣາຊະວັງ Akasaka, ໃນໂອກາດເດີນທາງໄປຢ້ຽມຢາມເຮັດວຽກທາງການ ທີ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025.
ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ສົມເດັດ ແລະ ພະຊາຍາ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມໝາຍໝັ້ນ ໃນການສືບຕໍ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ເພື່ອສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວ ພັນຮ່ວມມືອັນດີງາມ ຕະຫຼອດໄລຍະ 7 ທົດສະວັດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍຄືການຍົກລະດັບການພົວພັນຮ່ວມມືຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ລວງກວ້າງ ຢ່າງບໍ່ຢຸດຢັ້ງ.
ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະຫນິດສະໜົມ ແລະ ຮັກແພງກັນຢ່າງສະໜິດແໜ້ນ, ເຊິ່ງໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າທັງສາຍລັດ, ສາຍພັກ ແລະ ສາຍສະພາ, ອັນໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ລວມທັງການຮ່ວມມືກັນເພື່ອການພັດທະນາໃນຂົງເຂດ ແລະ ພາກພື້ນ. ພ້ອມນັ້ນ, ກໍ່ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ໂດຍສະເພາະການເປີດສາຍການບິນໂດຍກົງ ນະຄອນຫຼວງວຽງ ຈັນ-ໂຕກຽວ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າ ໄມ້, ການພັດທະນາໂຄງລ່າງພື້ນຖານ; ພິເສດແມ່ນການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024 ທີ່ຜ່ານມາ, ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ ຕາມລະດັບຄາດ ໝາຍ.
ໃນຂະນະດຽວກັນ, ສົມເດັດ ອົງມົງກຸດ ຣາຊະກຸມມານ ອະກິຊິໂນະ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມຍີ່ປຸ່ນຂອງ ພະນະທ່ານ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງໄດ້ອວຍພອນໃຫ້ການຢ້ຽມຢາມເຮັດວຽກທາງການຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ ແລະ ອວຍພອນໃຫ້ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ຍີ່ປຸ່ນ-ລາວ ຈະເລີນງອກງາມຍິ່ງໆຂຶ້ນ.