ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງ ບາງກອກ, ຣາຊະອານາຈັກໄທ

Feb 20, 2025

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງບາງກອກ, ຣາຊະອານາຈັກໄທ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ, ເຊິ່ງຖືກຕ້ອນຮັບໂດຍ ທ່ານ ສຸລິຍະ ຈຶງຣຸ່ງ ເຣືອງກິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຄົມມະນາຄົມ ໃນຖານະຜູ້ແທນລັດຖະບານ ແຫ່ງ ຣາຊະອານາຈັກໄທ, ທ່ານ ສົມສັກ ເທບສຸທິນ, ລັດຖະມົນຕີວ່າການກະຊວງສາທາ ລະນະສຸກ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ແລະ ມີເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານສະຖານທູດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.
ການຢ້ຽມຢາມຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດ ທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນ ຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໄລຍະການເຄື່ອນໄຫວຢ້ຽມຢາມຣາຊະອານາຈັກໄທໃນຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະໄດ້ພົບປະສອງຝ່າຍກັບ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ; ຈະເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ; ແລະ ຈະສືບຕໍ່ເປັນກຽດເຂົ້າຮ່ວມກ່າວເປີດກອງປະຊຸມພົບ ປະທຸລະກິດ ລາວ-ໄທ.