ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

May 31, 2024

ໃນວັນທີ 30 ພຶດສະພາ 2024, ທີ່ີ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາຣິດ ສະຫງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ມາຣິດ ສະຫງ່ຽມພົງ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ໄດ້ແຈ້ງວ່າ ສໍາລັບ ແຜນການເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ນັ້ນ ຄາດວ່າຈະເປັນເດືອນສິງຫາ 2024.
ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນວ່າ ການພົວພັນ ແລະ ການຮ່ວມມື ລາວ-ໄທ ແມ່ນມີມາແຕ່ບູຮານນະການກ່ອນການສ້າງຕັ້ງສາຍພົວພັນການທູດນໍາກັນ. ຍິ່ງໃນໄລຍະໃໝ່ແຫ່ງການເຊື່ອມໂຍງ ແລະ ເສດຖະກິດທີ່ເປັນຕ່ອງໂສ້ ຍິ່ງຮຽກຮ້ອງໃຫ້ທຸກປະເທດຕ້ອງຮ່ວມມື ແລະ ເພິ່ງພາເຊິ່ງກັນ ແລະ ກັນຫຼາຍຂຶ້ນ. ສະນັ້ນ, ສອງປະເທດ ລາວ-ໄທ, ຊຶ່ງເປັນປະເທດທີ່ມີຊາຍແດນຮ່ວມກັນ ແລະ ຕັ້ງຢູ່ໃນອະນຸພາກພື້ນທີ່ມີຄວາມສໍາຄັນທາງຍຸດທະສາດ ຍິ່ງຈະເພີ່ມທະວີຮ່ວມມືກັນຫຼາຍຂຶ້ນ ບໍ່ວ່າທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ.
ໃນໄລຍະຜ່ານມາ ສອງລັດຖະບານ ໄດ້ຮ່ວມມືກັນຢ່າງມີໝາກຜົນຢ່າງຕໍ່ເນື່ອງ ໂດຍສະເພາະ ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ເປັນຂົວຕໍ່ນໍາທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃນຖານະເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.
ໃນຂະນະດຽວກັນ, ທ່ານ ລັດຖະມົນຕີ ມາຣິດ ສະຫງ່ຽມພົງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.
ໃນໂອກາດດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຈໍານວນໜຶ່ງ ໃນຕໍ່ໜ້າ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ເມືອງຈອມເພັດ-ນະຄອນຫຼວງພະບາງ, ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ 6 (ສາລະວັນ-ອຸບົນຣາຊະທານີ) ແລະ ຂົວຂ້າມນໍ້າຂອງສໍາລັບລົດໄຟ, ຊຶ່ງບັນດາໂຄງການດັ່ງກ່າວແມ່ນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ 5 ປີ 2022-2026.
ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນໃນດ້ານຕ່າງໆ ເປັນຕົ້ນ: ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ການແກ້ໄຂບັນຫາໝອກຄວັນ, ການຂົນສົ່ງສິນຄ້າຜ່ານແດນ, ການທ່ອງທ່ຽວ, ການຮ່ວມມືເພື່ອການພັດທະນາ, ການສະໜັບສະໜູນການເປັນທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ການກະກຽມຈັດກິດຈະກໍາ ສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ໃນປີ 2025.