ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ​ເລຂາທິ ການໃຫຍ່ ພັກກອມມູນິດຫວຽດນາມ

Feb 6, 2026

ໃນຕອນບ່າຍຂອງວັນທີ 5 ກຸມພາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສຳເລັດອັນຮອບດ້ານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ສະແດງຄວາມຊົມ ເຊີຍຢ່າງຈິງໃຈທີ່ ສະຫາຍ ໂຕ ເລິມ ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍເລຂາທິການໃຫຍ່ ໂຕ ເລິມ ໃນຄັ້ງນີ້ ຈະເປັນຂີດໝາຍປະຫວັດສາດໃໝ່ ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດຂອງສະຫາຍເລຂາທິການໃຫຍ່ ໂຕ ເລິມ ພາຍຫຼັງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ ອີກສະໄໝ.ໃນເວລາດຽວກັນ, ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະ ກໍເປັນຄະນະຜູ້ແທນຂັ້ນສູງຕ່າງປະເທດ ຄະນະທຳອິດ ທີ່ ສປປ ລາວ ໄດ້ຕ້ອນຮັບ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ສິ່ງນີ້, ຄືການຢືນຢັນເຖິງຈຸດຢືນອັນສະເໝີຕົ້ນສະເໝີປາຍ ທີ່ຖືເອົາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ເປັນບູລິມະສິດສູງສຸດ ແລະ ເປັນຊັບສົມບັດອັນລ້ຳຄ່າຂອງທັງສອງຊາດ ລາວ-ຫວຽດນາມ.
May be an image of one or more people and text May be an image of one or more people and text
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ຊຶ່ງເຫັນວ່າ ສືບຕໍ່ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ແມ່ນການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ. ໄປຄຽງຄູ່ກັນນັ້ນ, ພາຍ ໃຕ້ການຊີ້ນຳຢ່າງໃກ້ຊິດຂອງສອງສະຫາຍເລຂາທິການໃຫຍ່, ບັນດາໂຄງການຮ່ວມມືສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຊຶ່ງຫຼາຍໂຄງການຍຸດທະສາດ ມີຄວາມຄືບໜ້າຢ່າງຈະແຈ້ງ ເປັນຕົ້ນ ໂຄງການທ່າເຮືອຫວຸງອ່າງ (ທ່າທຽບເຮືອ 1, 2 ແລະ 3), ໂຄງການທາງດ່ວນ ວຽງຈັນ- ຮ່າໂນ້ຍ,ໂຄງການເສັ້ນທາງລົດໄຟ ວຽງຈັນ-ຫວຸງອ່າງ, ການຮ່ວມມືດ້ານພະລັງງານ ແລະ ສາງນໍ້າມັນ, ລະບົບສາຍສົ່ງໄຟຟ້າ 500 kV, ສູນວາງສະແດງ-ສົ່ງເສີມການຄ້າ ແລະ ວັດທະນະທໍາ ລາວ-ຫວຽດນາມ, ໂຄງການສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະ ພາບ ແລະ ຢືນຢັນວ່າ ສອງຝ່າຍ ຈະຮ່ວມກັນສຸມທຸກສະຕິປັນຍາແລະຄວາມພະຍາຍາມໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ກາຍເປັນພະລັງຊຸກດັນໃໝ່ ໃນການພັດທະນາຂອງສອງຊາດ ລາວ-ຫວຽດນາມ.
No photo description available.
ໃນໂອກາດດຽວກັນນີ້, ສະ​ຫາຍເລຂາທິການໃຫຍ່ ໂຕ ເລິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ມີຄໍາເຫັນຊີ້ນໍາໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດທີ່ສໍາຄັນຂອງສອງປະເທດໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ,ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ແນໃສ່ນຳຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ນັບຫຼາຍຂຶ້ນ.
ໃນຕອນທ້າຍ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດມາ ພ້ອມທັງອວຍພອນໄຊອັນປະເສີດ ໃນໂອກາດບຸນປະເພນີປີໃໝ່ ຫວຽດນາມ ( ເຕັດຫວຽດ) ທີ່ໃກ້ຈະໝູນວຽນມາເຖິງ ແກ່ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພ້ອມດ້ວຍຄະນະ ແລະ ຜ່ານສະຫາຍເລຂາທິການໃຫຍ່ ໄປຍັງການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.