ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2026, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ເຊບູ, ສ. ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນ ມັກຕັນ-ເຊບູ ໄດ້ຈັດຂຶ້ນຢ່າງສົມກຽດ, ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ Rex T. Gatchalian, ລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ການພັດທະນາ ແຫ່ງ ສ. ຟິລິບປິນ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຟິລິບປິນ ຈໍານວນໜຶ່ງ.


ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ເຟີດິນານ ມາຄອດ ຈູເນຍ, ປະທານາທິບໍດີ ແຫ່ງ ສ. ຟິລິບປິນ ໃນນາມປະທານອາຊຽນ 2026 ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ”. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງມີແຜນຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກບາງປະເທດສະມາຊິກອາຊຽນ ຈໍານວນໜຶ່ງ.


