ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະມາຄົມມິດຕະພາບ ຫວຽດນາມ-ລາວ

Jun 8, 2026

ໃນຕອນເຊົ້າວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.

ໃນໂອກາດນີ້, ສະ​ຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນພິເສດ ພ້ອມທັງໄດ້ຢໍ້າວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ຖືສຳຄັນ ແລະ ບູລິມະສິດຕົ້ນຕໍ່ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ການທູດປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວ ແລະ ຜົນສຳເລັດທີ່ສະມາຄົມມິດຕະພາບ ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ຢ່າງຕໍ່ເນື່ອງ ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ ສອງສະມາຄົມມິດຕະພາບ ສືບຕໍ່ມີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ, ປະສານສົມທົບກັນຢ່າງໃກ້ຊິດ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຢູ່ໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ທີ່ສືບຕໍ່ຢູ່ໃນທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນທຸກຂົງເຂດວຽກງານ ໂດຍສະເພາະການຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ດ້ານເສດຖະກິດ ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ; ສອງຝ່າຍສືບຕໍ່ມີການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ລວມທັງການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ຕາມບໍລິເວນຊາຍແດນ ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດທີ່ສໍາຄັນຂອງສອງປະເທດ ເພື່ອເປັນພື້ນຖານອັນສໍາຄັນໃນການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ແລະ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຮັບມືກັບສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນໃນອະນາຄົດ; ສືບຕໍ່ປະສານງານກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027 ທີ່ຈະມາເຖິງນີ້ ເພື່ອສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໂດຍເນັ້ນການຈັດກິດຈະກຳ ທີ່ເປັນລັກສະນະການສຶກສາ-ອົບຮົມ ແລະ ເຜີຍແຜ່ມູນເຊື້ອສາຍພົວພັນສອງປະເທດ ໃຫ້ແກ່ຄົນຮຸ່ນໜຸ່ມ ຜູ້ສືບທອດພາລະກິດ ຂອງສອງປະເທດ; ແລະ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການໄປມາຫາສູ່ ແລະ ສ້າງກິດຈະກໍາຮ່ວມກັນຂອງປະຊາຊົນສອງປະເທດ ເປັນຕົ້ນແມ່ນປະຊາຊົນທີ່ຢູ່ລຽບຕາມຊາຍແດນ ເພື່ອສົ່ງເສີມໃຫ້ປະຊາຊົນມີການພົວພັນ, ຮ່ວມມືກັນ ແລະ ຈັດກິດຈະກໍາຮ່ວມກັນຫຼາຍຂຶ້ນ ເພື່ອໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ.


ໃນຂະນະດຽວກັນ, ສະຫາຍ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບລວມ ແລະ ການເຄື່ອນໄຫວຂອງ ສອງສະມາຄົມມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.