ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

Jun 19, 2026

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນວັນທີ 17-19 ມິຖຸນາ 2026 ທີ່ ກາຊານ, ສ. ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ.
No photo description available. May be an image of text that says 'ASEAN COOPERATION 026 RUSSIA AMEAN RUSSIA-ASEAN ASEAN RUSSIA POCCИR-ACeAH -ACFAH POCCИR 35 YEARS OF COOPERATION KAZAN KAZAN2026 2026 KA3AHb 35ЛETCOTPyAHИ4E 2426 55 55 POCCИR- 55 55 KCCR-ACTAЙ PcCЛ-Km S5 RUSSIA- 8 MBA-A BASALI 55 55 af 金'
ໃນການເຂົ້າຢ້ຽມຂ່ຳນັບຄັ້ງນິ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຂົ້າອົກເຂົ້າໃຈ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ໃນພາກພື້ນ ອາຊີ-ປາຊີຟິກ ໂດຍສະແດງອອກ ໃນການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໄລຍະຜ່ານມາ ສອງປະເທດ ສປປ ລາວ ແລະ ສ. ​ຣັດເຊຍ ກໍ່ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຮ່ວມກັນ ແລະ ລະດັບອື່ນໆ ຢ່າງເປັນປົກກະຕິ.
May be an image of one or more people, newsroom and text
ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຜົນສຳເລັດການເປັນເຈົ້າພາບກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງບົດບາດອັນຫ້າວຫັນຂອງຣັດເຊຍໃນການພົວພັນ ໃນເວທີພາກພື້ນ ແລະ ສາກົນ. ການເຂົ້າຮ່ວມຂອງ ສປປ ລາວ ແມ່ນພັນທະອັນສຳຄັນ ສຳລັບ ການສະໜັບສະໜູນການພົວພັນ ອາຊຽນ-ຣັດເຊຍ, ຊຶ່ງ ຣັດເຊຍ ກໍແມ່ນໜຶ່ງໃນບັນດາຄູ່ຮ່ວມເຈລະຈາທີ່ສຳຄັນຂອງອາຊຽນ. ສປປ ລາວ ຍາມໃດ ກໍເອົາໃຈໃສ່ ການຈັດຕັ້ງປະຕິບັດນະໂຍບາຍການຮ່ວມມື ແບບສະເໝີຕົ້ນສະເໝີປາຍ ໂດຍສະເພາະ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ແມ່ນມີການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.