ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

Nov 18, 2026

ໃນວັນທີ 17 ພະຈິກ 2026 ທີ່ ນະຄອນຫລວງມະນີລາ, ປະເທດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC) ຄັ້ງທີ 13 ໂດຍການເປັນປະທານຮ່ວມ ຂອງ ທ່ານ Lê Minh Hưng, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ທ່ານ ນາງ TAKAICHI Sanae, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
May be an image of one or more people, newsroom and text
ກອງປະຊຸມດັ່ງກ່າວ ບັນດານາຍົກລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ປະກອບດ້ວຍ ກຳປູເຈຍ, ສປປ ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອທົບທວນຄືນໝາກຜົນ ແລະ ຄວາມຄືບໜ້າຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ບັນດາໂຄງການຕ່າງໆ ທີ່ນອນຢູ່ໃນແຜນຍຸດທະສາດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ 2024, ເຊິ່ງໄດ້ນໍາຜົນສໍາເລັດທີ່ເປັນຮູບປະທໍາ ໃນຫລາຍຂົງເຂດບຸລິມະສິດ ເປັນຕົ້ນ ການພັດທະນາດ້ານພື້ນຖານໂຄງລ່າງທີ່ມີຄຸນນະພາບ, ການຫັນປ່ຽນດ້ານດິຈິຕອນ, ການພັດທະນາສີຂຽວ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ຜົນສໍາເລັດດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນໃຫ້ດີຂື້ນເປັນກ້າວໆ ພ້ອມທັງ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເຊື່ອມຈອດຂອງອາຊຽນ ແລະ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໄດ້ເປັນຢ່າງດີ. ພ້ອມດຽວກັນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ແລະ ວາງທິດທາງແຜນການໃນຕໍ່ໜ້າ ສໍາລັບຂອບການຮ່ວມມືດັ່ງກ່າວ.
May be an image of dais and text
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນ, ກໍ່ໄດ້ສະເໜີບາງທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໜັກການຮ່ວມມືໃນຂົງເຂດບຸລິມະສິດ ຄື: ການພັດທະນາການເຊື່ອມໂຍງດ້ານພື້ນຖານໂຄງລ່າງ, ການພັດທະນາສີຂຽວ, ການຫັນປ່ຽນດ້ານດິຈິຕອນ ແລະ ນະວັດຕະກຳ, ການພັດທະນາຊັບພະຍາກອນມະນຸດ, ແລະ ການສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນ ໃນການຂັບເຄື່ອນການພັດທະນາຂອງອະນຸພາກພື້ນ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຢືນຢັນເຖິງຄວາມໝາຍໝັ້ນ ຂອງ ສປປ ລາວ ໃນການຮ່ວມມືຢ່າງໃກ້ຊິດກັບ ຍີ່ປຸ່ນ ແລະ ບັນດາປະເທດສະມາຊິກແມ່ນ້ຳຂອງ ເພື່ອເຮັດໃຫ້ຂອບການຮ່ວມມື MJC ເປັນກົນໄກການພັດທະນາທີ່ມີຄວາມຍືນຍົງ, ກວມລວມ ແລະ ສາມາດຮັບມືກັບຄວາມທ້າທາຍໃໝ່ໆຂອງພາກພື້ນ ແລະ ຂອງໂລກໄດ້.
ກອງປະຊຸມ ໄດ້ຮັບຮອງເອກະສານສໍາຄັນ 1 ສະບັບ ຄື: ຖະແຫຼງການຂອງປະທານຮ່ວມກອງປະຊຸມ (Co-Chairs’ Statement) ແລະ ອັດລົງດ້ວຍບັນຍາກາດແຫ່ງມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈຮ່ວມກັນເພື່ອສືບຕໍ່ພັດທະນາຂອບການຮ່ວມມືດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ ແລະ ເກີດຜົນປະໂຫຍດສູງສຸດ ແລະ ເປັນຮູບປະທຳຕໍ່ປະຊາຊົນໃນພາກພື້ນແມ່ນໍ້າຂອງ.