ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍບັນດາສະຫາຍການນຳລັດຖະບານ ແຫ່ງ ສສ. ຫວຽດນາມ ຈະເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມ ໃນກອງປະຊຸມ ປະຈໍາປີ 2025

Jan 6, 2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍບັນດາສະຫາຍການນຳລັດຖະບານ ແຫ່ງ ສສ. ຫວຽດນາມ ຈະເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມ ໃນກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມຄັ້ງທີ 47 ເຊິ່ງຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນລະຫວ່າງວັນທີ 09-10 ມັງກອນ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
May be an image of 1 person