ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ໂອ້ລົມ ແລະ ຊີ້ນຳ ວຽກງານໂຍທາທິການ ແລະ ຂົນສົ່ງ

Apr 10, 2024

ໃນຕອນເຊົ້າວັນທີ 09 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມ ວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023; ມີ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້ານະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ອົງການທຽບເທົ່າກະຊວງ, ພະແນກໂຍທາທິການ ແລະ ຂົນສົ່ງ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ, ຜູ້ປະກອບການ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ທົ່ວກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຫຍໍ້ວ່າ ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໄດ້ຈັດຂຶ້ນ ເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປະຈໍາປີ 2023, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການ ປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງ ຂອງຂະແໜງ ການໂຍທາທິການ ແລະ ຂົນສົ່ງ. ພ້ອມກັນນັ້ນ ກໍຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ໃນການແກ້ໄຂບັນຫາທີ່ພົ້ນເດັ່ນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ຕິດພັນກັບ 5 ຫົວຂໍ້ ເປັນຕົ້ນ ການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງ; ການຄຸ້ມຄອງການຂົນສົ່ງທາງບົກ ລະຫວ່າງປະເທດ; ການຄຸ້ມຄອງຄວາມ ປອດໄພ ແລະ ປ້ອງກັນຄວາມປອດໄພການບິນ; ການຈັດຕັ້ງປະຕິບັດແຜນຜັງຕົວເມືອງ ແລະ ການຄຸ້ມຄອງການປຸກສ້າງ; ແລະ ການສ້າງແຜນດໍາເນີນທຸລະກິດ ໃຫ້ແກ່ລັດວິສາຫະກິດນໍ້າປະປາ ເພື່ອໃຫ້ມີຄວາມຍືນຍົງ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເຊິ່ງໄດ້ເປັນເຈົ້າການຢ່າງຕັ້ງໜ້າ ໃນການນໍາພາຈັດຕັ້ງປະຕິບັດພາລະບົດບາດ ກໍຄື ໜ້າທີ່ການເມືອງຕາມການ ມອບໝາຍຂອງພັກ-ລັດ ເພື່ອຂະ ຫຍາຍພື້ນຖານໂຄງລ່າງ ໃຫ້ເຊື່ອມຈອດເຂົ້າສູ່ແລວເສດຖະກິດ ແລະ ເຂດການຜະລິດ ຕາມຄໍາເວົ້າທີ່ວ່າ ຄົມມະນາຄົມເປັນປາຍແຫຼມ, ການຄ້າເປັນຕ່ອງໂສ້; ພ້ອມທັງ ພັດທະນາລະບົບການຂົນສົ່ງ, ເຂດໂລຊິດສະຕິກ ແລະ ເຂດທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ບໍລິການຕາມແລວເສດຖະກິດພາຍໃນ ແລະ ພາກພື້ນ ບົນພື້ນຖານຫຼັກການ, ມີຈຸດສຸມ ແລະ ວ່ອງໄວ ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນເຂົ້າໃນຜົນສຳເລັດລວມຂອງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ຖືໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ນໍາເອົາບາງເນື້ອໃນຈິດໃຈທິດຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທີ່ໄດ້ໂອ້ລົມຊີ້ນໍາ ຕໍ່ກັບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ກ່ຽວກັບແນວທາງນະໂຍບາຍຂອງພັກ, ຈະໄດ້ເລັ່ງລັດການວາງນະໂຍບາຍຫັນປະເທດເຮົາ, ລະບົບເສດຖະກິດຂອງຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍຄວາມເພີ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບ ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ຫຼື ເອີ້ນວ່າ ລະບົບ, ລະບອບ “ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ” (ສອຈ). ເພື່ອເສີມຂະຫຍາຍບົດບາດໜ້າທີ່ໃຫ້ດີຂຶ້ນກວ່າເກົ່າ ຕາມທິດຂອງພັັກ ກໍ່ຄື ການຈັດຕັ້ງປະຕິບັດວຽກງານຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ມີປະສິດທິຜົນ ແລະ ມີຜົນສໍາເລັດສູງ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ໃຫ້ສືບຕໍ່ເອົາໃຈ ໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະພັກ-ຄະນະນຳກະຊວງ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກ ງານ-ລັດຖະກອນ ໃຫ້ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ; ຍົກລະດັບຄວາມສາມາດ ໃຫ້ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ ເປັນຢ່າງດີ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດບັນທຸກຕາມເສັ້ນທາງ ຢ່າງເຂັ້ມງວດ, ສືບຕໍ່ບູລະນະສ້ອມແປງເສັ້ນທາງ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ, ມີຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ມີຄວາມຍືນຍົງ ແລະ ຮັບປະກັນ ຕໍ່ການອຳນວຍຄວາມສະດວກ ໃນການພັດທະນາເສດຖະກິດແຫ່ງຊາດ ກໍ່ຄື ອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນບັນດາເຜົ່າ ໃນການດໍາລົງຊີວິດ, ການຂົນສົ່ງສິນຄ້າ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ, ຄຽງຄູ່ກັນນັ້ນ ກໍ່ລະດົມພາກ ສ່ວນຕ່າງໆ ເປັນເຈົ້າການມີສ່ວນຮ່ວມ ປະກອບສ່ວນເຂົ້າໃນການພັດທະນາ, ຄຸ້ມຄອງນໍາໃຊ້ ແລະ ປັບປຸງເສັ້ນທາງ ໃຫ້ໄດ້ມາດຕະຖານ; ເອົາໃຈໃສ່ພັດທະນາລະບົບການຂົນສົ່ງສາທາລະນະ ແລະ ໂລຈິດສະຕິກ ໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ, ນິຕິກຳໃດ ທີ່ເຫັນວ່າບໍ່ສອດຄ່ອງ ກໍ່ໃຫ້ຮີບຮ້ອນຄົ້ນຄວ້າ ແລະ ປັບປຸງໃຫ້ທັນການ; ເອົາໃຈໃສ່ຄຸ້ມຄອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງສິ່ງປຸກສ້າງ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການພັດທະນາຕົວເມືອງ ຕິດພັນກັບການພັດທະນາໂຄງລ່າງ ເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່, ທັນສະໄໝ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສຸມໃສ່ການຫັນເປັນທັນສະໄໝ ແລະ ຮັບປະກັນຄວາມປອດໄພການບິນ ຕາມຍຸດທະສາດທີ່ກະຊວງວາງໄວ້ ໂດຍສະເພາະ ວຽກງານຮັບປະກັນຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ ໃຫ້ໄດ້ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO); ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດຂະແໜງການບິນ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງບໍລິຫານ ຮັບປະກັນການສື່ສານເຊື່ອມໂຍງເຊື່ອມຈອດກັບສາກົນ ແລະ ພາກພື້ນ. ພ້ອມນັ້ນ ໃນຕໍ່ໜ້າໃຫ້ຄົ້ນຄວ້າສ້າງແຜນປັບປຸງຍົກລະດັບ ແລະ ແຜນກໍ່ສ້າງສະໜາມບິນພາຍໃນປະເທດ ຕາມເງື່ອນໄຂທີ່ມີຄວາມເໝາະສົມ, ຄົ້ນຄວ້າບັນດາສະໜາມບິນພາຍໃນປະເທດທີ່ມີເງື່ອນໄຂ ເພື່ອກໍານົດເປັນສະໜາມບິນສາກົນ.
ຄຽງຄູ່ກັບການສ້າງ ແລະ ພັດທະນາບຸກຄະລາກອນ ໃນຂົງເຂດວຽກງານດັ່ງກ່າວ ໃຫ້ເປັນມືອາຊີບ ແລະ ມີຄວາມຮັບຜິດຊອບດ້ານຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຂອງຕົນແຕ່ນີ້ຮອດທ້າຍສະໄໝ ປີ 2025 ຢ່າງມີຈຸດສຸມ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ໂດຍສະເພາະ ສຸມໃສ່ຈັດຕັ້ງປະຕິບັດໂຄງການທີ່ລົງທຶນໄປແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທີຜົນ ແລະ ສໍາເລັດຕາມແຜນການ ພ້ອມທັງ ຄົ້ນຄວ້າພິຈາລະນາຄືນຢ່າງເຂັ້ມງວດ ຕໍ່ກັບສັນຍາສໍາປະທານ ບັນດາໂຄງການທີ່ບໍ່ມີປະສິດທິຜົນ ຫຼີກລ່ຽງການຈັບຈອງໂຄງການ ແລະ ເປີດໂອກາດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີທ່າແຮງໄດ້ປະກອບສ່ວນຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.