ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ຢູ່ວໍຊິງຕັນ ດີຊີ

Oct 3, 2025

ນາຍົກລັດຖະມົນຕີ ໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ຢູ່ວໍຊິງຕັນ ດີຊີ
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ ດີຊີ ສະຫະລັດອາເມລິກາ ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວ ໃນວັນທີ 28 ກັນຍາ 2025 ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ-ເຮັດວຽກ ຢູ່ນະຄອນຫລວງວໍຊິງຕັນ ດີຊີ ລະຫວ່າງວັນທີ 27-30 ກັນຍາ 2025 ຜ່ານມາ ໂດຍມີທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດອາເມລິກາ ແລະ ການາດາ ເຂົ້າຮ່ວມ.
ໃນພິທີ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສ ອາເມລິກາ ແລະ ການາດາ ໄດ້ກ່າວຈຸດປະສົງຂອງງານພົບປະຄັ້ງນີ້, ເພື່ອເປັນໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ພົບປະ ແລະ ຮັບຟັງການໂອ້ລົມຈາກການນຳຂັ້ນສູງຂອງລາວ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ກໍຄື ນະໂຍບາຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານລາວ ຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໂດຍສະເພາະຢູ່ສະຫະລັດອາເມລິກາ ແລະ ການາດາ. ພ້ອມກັນນີ້, ຍັງເປັນໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ແລກປ່ຽນສົນທະນາກັບການນໍາຂັ້ນສູງຂອງ ສປປ ລາວ ອັນໄດ້ເຮັດໃຫ້ພວກເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີກ່ຽວກັບແນວທາງການພັດທະນາປະເທດ ກໍຄື ນະໂຍບາຍຕ່າງໆທີ່ລັດຖະບານລາວ ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນໜັກວ່າ: ລັດຖະບານລາວຍາມໃດກໍຖືພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເປັນສ່ວນໜຶ່ງຂອງວົງຄະນະຍາດແຫ່ງຊາດ, ເປັນກຳລັງແຮງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫລື ທາງອ້ອມ ຕາມສະ ພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງເຂົາເຈົ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວ ທີ່ສືບຕໍ່ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກຄວາມເປັນລາວ ລວມທັງປະກອບສ່ວນໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວ ຢູ່ຊຸມຊົນໃນປະເທດທີ່ເຂົາເຈົ້າອາໄສຢູ່, ປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ອາເມລິກາ, ສປປ ລາວ ກັບ ການາດາ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ທີ່ກຳລັງສຸມໃສ່ເພື່ອບັນລຸບັນດາຄາດໝາຍສູ້ຊົນຕ່າງໆຂອງລັດຖະບານ ໃນໄລຍະທ້າຍ ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອນຳເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການປະຕິບັດສອງວາລະແຫ່ງຊາດ, ສືບຕໍ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ ຊຶ່ງທຸກພາກສ່ວນໃນສັງຄົມກຳລັງພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່, ເປັນເຈົ້າການ ແລະ ຮັບຜິດຊອບສູງ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຖືໂອກາດນີ້ ເຊີນຊວນພີ່ນ້ອງຄົນເຊື້ອຊາດລາວອວາຍໜ້າກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ໄປທ່ອງທ່ຽວ ຫລື ດໍາເນີນທຸລະກິດຢູ່ ສປປ ລາວ ໂດຍສະເພາະໃນທ້າຍປີ2025 ນີ້ ຈະມີການສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຊຶ່ງລັດຖະບານ ກໍຄື ປະຊາຊົນລາວທັງຊາດ ກຳລັງກະກຽມຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວ ທີ່ຈະເດີນທາງມາຈາກທົ່ວໂລກ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວສືບຕໍ່ປົກປັກຮັກສາຮີດຄອງປະເພນີ-ວັດທະນະທຳຂອງລາວເຮົາ, ພ້ອມຈິດພ້ອມໃຈ ເປັນນໍ້າໜຶ່ງໃຈດຽວກັນສົ່ງເສີມເອກະລັກຄວາມເປັນລາວທີ່ມີກຽດສະຫງ່າ ຢູ່ປະເທດທີ່ຕົນດໍາລົງຊີວິດ ກໍຄື ເວທີສາກົນອື່ນໆ, ພ້ອມທັງປະກອບສ່ວນສ້າງສາພັດທະນາປະເທດລາວ ຕາມກຳລັງແຮງຂອງຕົນທີ່ມີ ເພື່ອເຮັດໃຫ້ມາຕຸ ພູມແຜ່ນດິນລາວ ກ້າວໄປສູ່ຄວາມສີວິໄລ ຮັ່ງມີ ຜາສຸກ, ປະຊາຊົນຢູ່ດີກິນດີຂຶ້ນໄປເລື້ອຍໆ.
ພາຍຫລັງການໂອ້ລົມ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ຮັບປະທານອາຫານຄໍ່າຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ຢູ່ສະຖານທູດລາວ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ເປັນກັນເອງ, ພີ່ນ້ອງຄົນເຊື້ອຊາດຕ່າງກໍມີຄວາມດີໃຈ ແລະ ເບີກບານມ່ວນຊື່ນທີ່ໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ແບບໃກ້ຊິດຕິດແທດກັບທຸກຊັ້ນຄົນ.