ວັນທີ 22 ກຸມພາ 2026, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ເບີ 1 ໄດ້ໃຊ້ສິດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຮ່ວມກັບມວນຊົນຊາວແຂວງຈໍາປາສັກ ກໍຄືມວນຊົນຊາວນະຄອນປາກເຊ ຢູ່ສະໂມສອນແຂວງ ໜ່ວຍປ່ອນບັດເລືອກຕັ້ງບ້ານໂຊກອໍານວຍ ນະຄອນປາກເຊ; ມີ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ປະທານຄະນະກໍາມະການເລືອກຕັ້ງ ຂັ້ນແຂວງ, ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງ ສສຊຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາສັກ, ທ່ານ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ ເລຂາພັກນະຄອນປາກເຊ ຜູ້ສະໝັກ ເບີ 1 ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງນະຄອນປາກເຊ ພ້ອມຜູ້ສະໝັກທັງ 6 ທ່ານ, ມີທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ຊຸດທີ IV, ທ່ານ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສບໍານານ, ການນໍານະຄອນປາກເຊ ພ້ອມດ້ວຍຄະນະພັກ, ອົງການປົກຄອງບ້ານ, ການຈັດຕັ້ງບ້ານທີ່ຂຶ້ນກັບຄະນະພັກຮາກຖານບ້ານໃຫຍ່ໂຊກອຳນວຍ ແລະ ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນບ້ານ ເຂົ້າຮ່ວມປ່ອນບັດດ້ວຍບັນຍາກາດຟົດຟື້ນ.

ໃນໂອກາດກ່າວເປີດພິທີ, ທ່ານ ສຸກວິໃສ ສີສົມຫວັງ ຮອງເລຂາພັກນະຄອນ ປະທານຄະນະກຳມະການປົກຄອງນະຄອນປາກເຊ ມີຄໍາເຫັນວ່າ: ການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແລະ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງນະຄອນປາກເຊ ເປັນການເສີມຂະຫຍາຍແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ມີສິດເລືອກຕັ້ງ ຕື່ນຕົວສະໝັກໃຈໄປໃຊ້ສິດເລືອກຕັ້ງເອົາຕົວແທນຂອງຕົນເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂົ້າໄປເຮັດວຽກຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຶ່ງເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ເປັນອົງການນິຕິບັນຢັດ ປະຕິບັດຕາມ ພາລະບົດບາດຮັບຮອງເອົາລັດຖະທາມະນູນ ແລະ ກົດໝາຍ, ຕົກລົງບັນຫາພື້ນຖານສໍາຄັນພື້ນຖານ ຂອງ ປະເທດຊາດ ແລະ ຕິດຕາມກວດກາ ເຄົາລົບປະຕິບັດລັດຖະທາມະນູນ ແລະ ກົດໝາຍຂອງບັນດາອົງການລັດ.

ຕໍ່ມາ, ທ່ານ ດຣ.ນາງ ພົງພັນ ວິລະພັນ ຕາງໜ້າຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ໄດ້ແນະນໍາ, ເຜີຍແຜ່ລະບຽບການປ່ອນບັດເລືອກຕັ້ງ ແລະ ວິທີຂິດບັດລົງຄະແນນສຽງ.
ທົ່ວແຂວງມີໜ່ວຍປ່ອນບັດ 615 ໝ່ວຍ, ມີພົນລະເມືອງ 803,508 ຄົນ, ຍິງ 404.,796 ຄົນ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 461,559 ຄົນ, ຍິງ 234,922 ຄົນ. ສໍາລັບນະຄອນປາກເຊ ມີ 42 ບ້ານ, ມີໜ່ວຍປ່ອນບັດ 67 ໝ່ວຍ, ມີພົນລະເມືອງ 84,007 ຄົນ, ຍິງ 42,696 ຄົນ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 48,937 ຄົນ, ຍິງ 25,356 ຄົນ.
ຂ່າວ-ພາບ: ທູນທອງໃຈ


