ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ

Jan 27, 2025

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ນໍາໂດຍ ທ່ານ ລຽງ ເຈີນຢິງ ຮອງປະທານທີ່ປຶກສາການເມືອງປະຊາ ຊົນທົ່ວປະເທດຈີນ ທັງເປັນປະທານກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ໃນວັນທີ 27 ມັງກອນ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ ກອງທຶນມູນນິທິດັ່ງກ່າວໂດຍສະເພາະແມ່ນການດຳເນີນໂຄງການກ່ຽວກັບວຽກງານສາທາລະນະສຸກຂອງ ສປປ ລາວ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ ທ່ານ ລຽງ ເຈີນຢິງ ພ້ອມຄະນະຜູ້ແທນ ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 25-29 ມັງກອນ 2025 ຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ພັກ, ລັດ ສປປ ລາວ ແລະ ພັກ, ລັດ ສປ ຈີນ ໃນໄລຍະທີ່ຜ່ານ ມາ ທີ່ເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ທັງເປັນການປະກອບສ່ວນແກ່ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະ ຫວ່າງ ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ແລະ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໂດຍສະເພາະການ ຮ່ວມກັນຈັດຕັ້ງປະຕິບັດໂຄງການກ່ຽວກັບວຽກງານສາທາລະນະ ສຸກ ກໍຄືໂຄງການລຶບລ້າງພະຍາດແກ່ນຕາຂຸ້ນ ທີ່ເຮັດໃຫ້ຕາບອດ ແລະ ໂຄງການອື່ນໆ.
ທ່ານ ລຽງ ເຈີນຢິງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຍິ່ງທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້; ພ້ອມທັງລາຍງານໃຫ້ຊາບວ່າ ພາຍຫຼັງ 6 ປີທີ່ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ໄດ້ເຄື່ອນໄຫວຢູ່ ສປປ ລາວ, ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ເປັນຄັ້ງທີ 8 ເຖິງວ່າຈະເປັນການມາຢ້ຽມຢາມເວລາສັ້ນ ແຕ່ກໍມີຄວາມໝາຍສຳຄັນ ຊຶ່ງຜ່ານມາພາຍ ໃຕ້ການສະໜັບສະໜູນຢ່າງຫຼວງຫຼາຍຂອງລັດຖະບານລາວ ໂດຍ ສະເພາະກະຊວງສາທາລະນະສຸກ ໂຄງການຂອງພວກເຮົາແມ່ນໄດ້ດຳເນີນໄປດ້ວຍດີ ແລະ ໄດ້ຮັບໝາກຜົນຫຼາຍ; ປັດຈຸບັນ, ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ມີໂຄງການທີ່ດຳ ເນີນໃນ 8 ປະເທດທີ່ນອນຢູ່ໃນ 4 ທະວີບ, ໃນນີ້ ລາວ ເປັນປະເທດທໍາອິດທີ່ໄດ້ມີການລົງເລິກໃນການດຳເນີນໂຄງການ ເປັນຕົ້ນໂຄງການລຶບລ້າງພະຍາດແກ່ນຕາຂຸ້ນ ທີ່ເຮັດໃຫ້ຕາບອດ ຊຶ່ງສະ ເພາະໃນ 2 ປີທີ່ຜ່ານມາ ໂຄງການໄດ້ມີການຜ່າຕັດໃຫ້ແກ່ຄົນເຈັບຂອງລາວ ສຳເລັດໄດ້ 5,200 ກໍລະນີ ແລະ ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມື ເພື່ອບັນລຸຈຸດປະສົງທີ່ຕັ້ງໄວ້ວ່າພາຍໃນປີນີ້ ຈະລຶບ ລ້າງພະຍາດແກ່ນຕາຂຸ້ນທີ່ເຮັດໃຫ້ຕາບອດ ຢູ່ໃນປະເທດລາວ.
ພ້ອມດຽວກັນ, ໄດ້ລາຍງານວ່າມີໂຄງການອື່ນໆອີກ ທີ່ມີຜົນໄດ້ຮັບດີ ເປັນຕົ້ນໂຄງການຕ້ານໄຂ້ຍຸງ.
ໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ກ່າວຄວາມຫວັງວ່າ ກອງທຶນມູນນິທິແບ່ງປັນຮ່ວມກັນ ແຫ່ງ ສປ ຈີນ ຈະສືບຕໍ່ການຮ່ວມມືຕື່ມອີກ ໂດຍສະ ເພາະການຄົ້ນຄວ້າກ່ຽວກັບພະຍາດແກ່ນຕາຂຸ້ນ ເປັນຂໍ້ມູນໃນການໃຊ້ໂຄສະນາປະຊາສຳພັນ ເພື່ອໃຫ້ປະຊາຊົນລາວ ມີຄວາມຮູ້ ແລະ ປ້ອງກັນພະຍາດດັ່ງກ່າວ; ທ່ານ ສອນໄຊ ສີພັນດອນ ຍັງໄດ້ກ່າວອວຍພອນໃຫ້ແກ່ ທ່ານ ລຽງ ເຈີນຢິງ ພ້ອມຄະນະຈົ່ງມີສຸ ຂະພາບແຂງແຮງ ແລະ ປະສົບຜົນສຳເລັດຢ່າງສູງໃນການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວຄັ້ງນີ້.
ຂ່າວ-ພາບ: ສຸກສະຫວັນ